ປະເທດປະຊາທິປະໄຕ ທີ່ກ້າວໜ້າທັນສະໄໝ ແລະໃຫຍ່ທີ່ສຸດ ຂອງໂລກ ທີ່ຮູ້ກັນໃນຊື່ “ກຸ່ມ 7 ປະເທດ” ຫຼືກຸ່ມຈີ 7 ຈະຈັດກອງປະຊຸມສຸດຍອດ ຂອງຕົນ ທີ່ເມືອງບີອາຮິດ ໃນເຂດແຄມຝັ່ງມະຫາສະໝຸດແອັດແລນຕິກຂອງຝຣັ່ງ ຊຶ່ງເປັນທີ່ຮູ້ກັນດີໃນການຂີ່ກະດານຕ້ານຄື້ນຫຼືເຊີບຟິງ.
ພວກຜູ້ນຳຂອງກຸ່ມຈີ 7 ຈະບໍ່ພຽງແຕ່ກຳນົດທິດທາງ ກ່ຽວກັບບັນຫາເສດຖະກິດ ທີ່ຮີບດ່ວນສຸດຂອງໂລກ ແຕ່ຍັງຈະຮັບມືກັບອາລົມຂອງປະທານາທິບໍດີສະຫະລັດ ຊຶ່ງເປັນທີ່ຮູ້ກັນດີ ໃນການຕໍ່ຕ້ານໂລກາພິວັດ ການເອົາທ່າທີ ແບບຕ້ອງຕິພັນທະມິດ.
ໃນຂະນະທີ່ປະທານາທິບໍດີດໍໂນລ ທຣຳ ເດີນທາງອອກຈາກທຳນຽບຂາວໃນຄືນວັນສຸກເພື່ອເດີນທາງໄປຮ່ວມກອງປະຊຸມສຸດຍອດດັ່ງກ່າວ ທ່ານໄດ້ຂູ່ວ່າຈະເກັບພາສີເຫຼົ້າແວັງຂອງຝຣັ່ງ ແຕ່ຂະນະດຽວກັນ ກໍເວົ້າວ່າ ທ່ານຫວັງວ່າ ຈະມີການເຈລະຈາທີ່ໃຫ້ດອກອອກຜົນກັບພວກຜູ້ນຳຂອງໂລກ.
ທ່ານນາງ Karoline Postel-Vinay ສາສະດາຈານຄົ້ນຄວ້າທີ່ສະຖາບັນວິທະຍາສາດໂພ ຢູ່ນະຄອນຫຼວງປາຣີ ຊຶ່ງເປັນສ່ວນນຶ່ງ ຂອງສະຖາບັນຄົ້ນຄວ້າລະຫວ່າງປະເທດ ກ່າວວ່າ “ເຈົ້າໜ້າທີ່ຝຣັ່ງ ກຳລັງເປັນຫ່ວງ ແລະທ່ານເອັມມານູແອລ ມາກຣົງ ຊຶ່ງເປັນເຈົ້າພາບແລະທີມງານກຸ່ມຈີ 7 ຂອງທ່ານພວມກະກຽມໃຫ້ຫຼາຍເທົ່າທີ່ເປັນໄປໄດ້ ເພື່ອຄວບຄຸມຄວາມເສຍຫາຍກ່ອນໜ້າການເດີນທາງໄປຢ້ຽມຢາມຂອງທ່ານທຣຳ.”
ທ່ານນາງ Postel-Vinay ກ່າວວ່າ ທ່ານນາງຄິດວ່າ ທ່ານມາກຣົງ ຊຶ່ງເປັນປະທານວຽນຂອງກຸ່ມໃນປີນີ້ ພວມຊອກຫາທາງເອົາວິທີການໃໝ່ ສຳລັບກອງປະຊຸມສຸດຍອດໃນປີນີ້ ເພື່ອຫຼີກລ່ຽງ ບໍ່ໃຫ້ເກີດການປະທະກັນ ກັບທ່ານທຣຳ. ໃນກອງປະຊຸມສຸດຍອດຂອງກຸ່ມຈີ 7 ທີ່ເມືອງຊາເລີວົວ ໃນແຂວງເກເບັກ ປີກາຍນີ້ ປະທານາທິບໍດີທຣຳ ໄດ້ຂົ່ມຂູ່ທີ່ຈະຍຸຕິຄວາມສຳພັນທາງດ້ານການຄ້າກັບຫຼາຍໆປະເທດທີ່ເປັນສະມາຊິກຂອງກຸ່ມຈີ 7 ແລະເວົ້າດູຖູກເຈົ້າພາບ ນາ
ຍົກລັດຖະມົນຕີຈັສຕິນ ທຣູໂດແຫ່ງການາດາ ໂດຍເອີ້ນທ່ານວ່າ ເປັນຜູ້ທີ່ “ຮູ້ ສຶກຈຽມ ຕົວແລະສຸພາບ ຫຼື meek and mild” ຢູ່ໃນທວີດເຕີ້.
ເພື່ອເປັນການປະທ້ວງຕໍ່ທ່ານທຣູໂດ ທີ່ໄດ້ສັນຍາວ່າຈະເກັບພາສີຕອບໂຕ້ຄືນຕໍ່ສະຫະລັດນັ້ນ ທ່ານທຣຳ ໄດ້ຍັງຖອນການໃຫ້ຄວາມສະໜັບສະໜຸນຕໍ່ຖະແຫຼງ ການຮ່ວມ ປີ 2018 ຂອງກຸ່ມຈີ 7.
ທ່ານມາກຣົງ ກ່າວຕໍ່ພວກນັກຂ່າວໃນວັນພຸດຜ່ານມານີ້ ທີ່ນະຄອນຫຼວງປາຣີວ່າຈະບໍ່ມີຖະແຫຼງການຮ່ວມໃນຕອນທ້າຍຂອງກອງປະຊຸມສຸດຍອດປີນີ້. ທ່ານສະເໜີແນະວ່າ ການບໍ່ລົງລອຍກັນແມ່ນພົວພັນລະຫວ່າງປະທານາທິບໍດີທຣຳແລະຜູ້ນຳຄົນອື່ນໆ ກ່ຽວກັບບັນຫາທີ່ສຳຄັນໆເຊັ່ນເລື້ອງອີຣ່ານ ແລະການປ່ຽນແປງຂອງດິນຟ້າອາກາດ ແມ່ນເຫດຜົນໃນການທີ່ຈະບໍ່ມີຖະແຫຼງການຮ່ວມ.
ນີ້ຈະເປັນກອງປະຊຸມສຸດຍອດຂອງກຸ່ມຈີ 7 ເທື່ອທຳອິດ ທີ່ບໍ່ມີການອອກຖະແຫຼງການຮ່ວມ.