ອົງການອົບພະຍົບຂອງສະຫະປະຊາຊາດ ລາຍງານວ່າ ອົບພະຍົບຊາວໂຣຮິງຢາຫລາຍກວ່າ 5 ແສນຄົນທີ່ອາໄສຢູ່ໃນບັງກລາແດສໄດ້ຮັບເອກະສານປະຈຳຕົວ ທີ່ຈະເຮັດໃຫ້ເຂົາເຈົ້າ ມີຊ່ອງທາງເຂົ້າເຖິງການຊ່ວຍເຫລືອໄດ້ຫລາຍຂຶ້ນ. Lisa Schlein, ນັກຂ່າວວີໂອເອ ສົ່ງລາຍງານເລື້ອງນີ້ມາຈາກ ສຳນັກງານຂ້າຫລວງໃຫຍ່ສະຫະປະຊາຊາດ ຫລື UNHCR ໃນນະຄອນເຈນີວາ ຊຶ່ງບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານການເຮັດເອກະສານປະຈຳຕົວໃຫ້ແກ່ຊາວອົບພະຍົບໂຣຮິງຢາ
ຄາດຄະເນວ່າ ມີຊາວໂຣຮິງຢາປະມານ 900,000 ຄົນ ກຳລັງອາໄສຢູ່ໃນສູນທີ່ແອອັດ ແລະເປື້ອນເປິໃນເຂດບາຊາຂອງເມືອງຄອກສ໌ (Cox) ຢູ່ບັງ ກລາແດັສ. ຄົນສ່ວນໃຫຍ່ໃນນັ້ນ ແມ່ນພາກັນຫຼົບໜີການປະຫັດປະຫານ ແລະການກໍ່ຄວາມຮຸນແຮງຢູ່ໃນມຽນມາ ເມື່ອສອງປີກ່ອນ.
ໂຄງການລົງທະບຽນຮ່ວມກັນລະຫວ່າງເຈົ້າໜ້າທີ່ບັງກລາແດັສ ແລະອົງການ ອົບພະຍົບຂອງສະຫະປະຊາຊາດ ຈະອອກເອກະສານປະຈຳຕົວ ໃຫ້ແກ່ຄົນຫລາຍກວ່າ 5 ແສນຄົນ ເປັນເທື່ອທຳອິດ.
ຂໍ້ມູນຢູ່ໃນບັດຊີວະມິຕິ ຫລືບັດທີ່ໃຊ້ລາຍມືທີ່ປ້ອງກັນການປອມແປງໄດ້ເຫລົ່ານີ້ ຈະເຮັດໃຫ້ເຈົ້າໜ້າທີ່ແຫ່ງຊາດ ແລະຄູ່ພາຄີທາງມະນຸດສະທຳ ເຂົ້າໃຈກ່ຽວກັບປະຊາຊົນ ແລະຄວາມຕ້ອງການຂອງເຂົາເຈົ້າດີຂຶ້ນກວ່າເກົ່າ. ທ່ານອານເດຣສ ມາເຮະຈິກ (Andrej Mahecic), ໂຄສົກອົງການຂ້າຫລວງໃຫຍ່ສະຫະປະຊາຊາດ ຫລື UNHCR ກ່າວຕໍ່ວີໂອເອວ່າ ຂໍ້ມູນທີ່ເກັບກຳມາ ຈະເຮັດໃຫ້ອົງການຊ່ວຍເຫລືອຕ່າງໆ ສາມາດຊ່ວຍຄົນທີ່ມີຄວາມຕ້ອງການອັນສະເພາະເຈາະຈົງໄດ້ດີຂຶ້ນກວ່າເກົ່າ.
ທ່ານ ມາເຮະຈິກ (Mahecic) ໃຫ້ຄຳເຫັນດັ່ງນີ້:
“ຈຸດປະສົງຂອງການດຳເນີນການພິສູດ, ການດຳເນີນການລົງທະບຽນແບບຊີວະມິຕິ ຫລືໃຊ້ລາຍມືນີ້ ກ່ອນອື່ນໝົດ ແລະສິ່ງສຳຄັນທີ່ສຸດກໍຄືປົກປ້ອງສິດທິ ຂອງ ພວກອົບພະຍົບຊາວໂຣຮິງຢາໃຫ້ກັບຄືນໄປບ້ານເກີດຂອງເຂົາເຈົ້າໄດ້. ມັນມີຈຸດປະສົງແນໃສ່ຮັບປະກັນການວາງແຜນທີ່ດີກວ່າເກົ່າຫລາຍ ແລະ ແນເປົ້າໝາຍ ການຊ່ວຍເຫລືອແບບສະເພາະເຈາະຈົງຫລາຍໆນັ້ນ ໄດ້ດີກວ່າເກົ່າຫລາຍ ຕົວຢ່າງເຊັ່ນການຊ່ວຍເຫລືອທີ່ແມ່ຍິງຈະຕ້ອງການ, ການຊ່ວຍເຫລືອທີ່ເດັກນ້ອຍຈະຕ້ອງການ ເປັນຕົ້ນ.”
ທ່ານ ມາເຮະຈິກ (Mahecic) ອະທິບາຍເພີ້ມອີກວ່າ ບັດລົງທະບຽນໃໝ່ສະແດງບອກວ່າ ມຽນມາເປັນປະເທດກຳເໜີດຂອງເຂົາເຈົ້າ. ທ່ານບອກວ່າຂໍ້ມູນດັ່ງກ່າວ ມີຄວາມສຳຄັນຍິ່ງໃນການສ້າງໃຫ້ມີ ແລະປົກປ້ອງສິດທິຂອງພວກອົບພະຍົບຊາວໂຣຮິງຢາ ເພື່ອໃຫ້ກັບຄືນບ້ານເກີດເມືອງນອນຂອງເຂົາເຈົ້າ ຢູ່ໃນມຽນມາໄດ້, ຖ້າເຂົາເຈົ້າ ແລະເມື່ອໃດເຂົາເຈົ້າຫາກຕັດສິນໃຈທີ່ຈະກັບໄປ.
ອົງການ UNHCR ແລະອົງການມະນຸດສະທຳອື່ນໆ ເວົ້າວ່າ ພວກເຂົາເຈົ້າບໍ່ ເຊື່ອວ່າ ສະພາບການຢູ່ໃນມຽນມາ ໃນປັດຈຸບັນນີ້ ຈະປອດໄພພຽງພໍເພື່ອໃຫ້ພວກອົບພະຍົບກັບຄືນໄປຢູ່ບ້ານຂອງເຂົາເຈົ້າໄດ້ເທື່ອ.
ຂັ້ນຕອນການລົງທະບຽນໄດ້ເລີ້ມຕົ້ນຂຶ້ນໃນເດືອນມິຖຸນາປີ 2018 ຜ່ານມາ. ໂດຍສະເລ່ຍແລ້ວມີປະມານ 5,000 ຄົນ ໄປລົງທະບຽນໃນແຕ່ລະມື້. ອົງການ UNHCR ເວົ້າວ່າ ຕົນແນໃສ່ເຮັດໃຫ້ການລົງທະບຽນແບບຊີວະມິຕິ ຫລື ໃຊ້ລາຍມື້ນີ້ ສຳເລັດລົງ ແລະສະໜອງເອກະສານປະຈຳຕົວໃຫ້ແກ່ 4 ແສນຄົນທີ່ຍັງເຫລືອຢູ່ໃນເຂດບາຊາຂອງເມືອງຄອກສ໌ (Cox) ພາຍໃນທ້າຍປີນີ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ