ໄອຍະການໃນຮົງກົງ ໄດ້ກ່າວຫາ 44 ຄົນ ໃນການກໍ່ຈະລາຈົນ ຫຼັງຈາກໄດ້ມີການປະທ້ວງທີ່ບໍ່ໄດ້ຮັບອະນຸຍາດ ທີ່ພາໃຫ້ເກີດການປະເຊີນໜ້າຢ່າງຮຸນແຮງກັບຕຳຫຼວດ.
ພວກທີ່ຖືກກ່າວຫາໃນວັນພຸດວານນີ້ ແມ່ນຮວມທັງນັກບິນ ນາຍຄູ ນາງພະຍາບານແລະສາມີພັນລະຍາຄູ່ນຶ່ງ ທີ່ພາກັນຫາມໜຸ່ມນ້ອຍທີ່ໄດ້ຮັບບາດເຈັບເວລາພວກເຂົາເຈົ້າຖືກຈັບ. ພວກຈຳເລີຍປະເຊີນກັບໂທດຈຳຄຸກ 10 ປີຖ້າຫາກຖືກພົບເຫັນວ່າມີຄວາມຜິດ. ຈຳເລີຍຄົນນຶ່ງບໍ່ໄດ້ໄປປາກົດຕົວຢູ່ສານ ດັ່ງນັ້ນ ຜູ້ພິພາກສາໃນເຂດພາກຕາເວັນອອກຂອງຮົງກົງ ຈຶ່ງໄດ້ອອກໝາຍຈັບບຸກຄົນດັ່ງກ່າວ.
ຈຳເລີຍແຕ່ລະຄົນຖືກກ່າວຫາວ່າ ເຂົ້າຮ່ວມການປະເຊີນໜ້າທີ່ໄດ້ເກີດຂຶ້ນ ຫຼັງຈາກເຈົ້າໜ້າທີ່ໄດ້ປະຕິເສດບໍ່ອະນຸຍາດໃຫ້ພວກປະທ້ວງເດີນຂະບວນຢູ່ໃນເຂດພາກຕາເວັນຕົກຂອງຮົງກົງ. ການໂຮມຊຸມນຸມດັ່ງກ່າວ ເອີ້ນກັນວ່າເປັນການປະທ້ວງຂອງຜູ້ຄົນ ຕໍ່ຕ້ານກຸ່ມອັນທະພານ ຊຶ່ງເມື່ອບໍ່ດົນມານີ້ ໄດ້ທຸບຕີຫຼາຍສິບຄົນຢູ່ໃນເຂດຊານເມືອງໃນຂະນະທີ່ຜູ້ຄົນຜ່ານໄປມາຮ້ອງຂໍໃຫ້ຕຳຫຼວດຊ່ວຍ. ພວກ ປະທ້ວງໄດ້ຮຽກຮ້ອງໃຫ້ມີການສືບສວນຢ່າງເປັນອິດສະຫຼະ ເບິ່ງການກ່າວອ້າງທີ່ວ່າ ຕຳຫຼວດໄດ້ໃຊ້ກຳລັງເກີນຂອບເຂດຕໍ່ພວກປະທ້ວງ.
ໂດຍພາກັນໃສ່ໜ້າກາກແລະຖືຄັນຮົ່ມ ພວກປະທ້ວງພາກັນອັດທາງສາຍນຶ່ງໃນບໍລິເວນຍ່ານການຄ້າ. ພວກປະທ້ວງບາງຄົນ ພາກັນຖືເຄື່ອງປ້ອງກັນ ແລະແກວ່ງດິນຈີ່ ໃນຂະນະທີ່ອີກຈຳນວນນຶ່ງ ໄດ້ສ້າງເຄື່ອງກີດຂວາງທີ່ເຮັດດ້ວຍໄມ້ໄຜ່ແລະປ້າຍຕ່າງໆທີ່ຢູ່ຕາມທາງ.