ຜູ້ປົກຄອງເກາະ ເປີໂຕ ຣີໂກ ທ່ານ ຣິຄາໂດ ໂຣແຊລໂລ ໄດ້ລາອອກຈາກຕຳແໜ່ງ
ແລ້ວ ຫຼັງຈາກການປະທ້ວງທີ່ໂມໂຫ ແລະ ມີຂະໜາດໃຫຍ່ຢູ່ຕາມຖະໜົນຫົນທາງ.
ທ່ານ ໂຣແຊລໂລ ໄດ້ປະກາດໃນຕອນຄ່ຳ ຂອງວັນພຸດວານນີ້ ໃນຄຳປາໄສອອກໂທ
ລະພາບວ່າ ທ່ານຈະລົງຈາກຕຳແໜ່ງໃນວັນທີ 2 ສິງຫາ ແລະ ຈະສືບທອດຕຳແໜ່ງ
ໂດຍລັດຖະມົນຕີຍຸຕິທຳ ທ່ານ ວານດາ ວາສເກສ.
ຄວາມໂມໂຫຂອງສາທາລະນະ ທີ່ນຳໄປສູ່ການລາອອກຂອງຜູ້ປົກຄອງເກາະ ໄດ້ປະ
ທຸຂຶ້ນ ເມື່ອໜັງສືພິມ ສູນກາງເພື່ອການສືບສວນສອບສວນ ຂອງເກາະ ດັ່ງກ່າວໄດ້
ເປີດເຜີຍ ການລົມກັນເປັນກຸ່ມ ທາງອອນໄລນ໌ ເກືອບ 900 ໜ້າ ລະຫວ່າງທ່ານ ໂຣ
ແຊລໂລ ແລະ ຜູ້ຊ່ວຍເຫຼືອລະດັບສູງຫຼາຍຄົນ ແລະ ຄູ່ ຮ່ວມງານ ທີ່ລວມມີຂໍ້ຄວາມ
ຫຍາບຄາຍ ທີ່ດູຖູກຜູ້ເຄາະຮ້າຍຂອງພາຍຸເຮີຣິເຄນ ມາເຣຍ ໃນປີ 2017, ພ້ອມກັບ
ຄຳເວົ້າທີ່ລັງກຽດແມ່ຍິງ ແລະ ພວກຮັກ ຮ່ວມເພດຕໍ່ຄູ່ແຂ່ງທາງການເມືອງຂອງທ່ານ
ໂຣແຊລໂລ.
ການເປີດເຜີຍຂໍ້ຄວາມລົມກັນ ໄດ້ເຮັດໃຫ້ຄວາມໂມໂຫທີ່ມີມາດົນນານຂອງຊາວ ເປີ
ໂຕ ຣີໂກ ຜູ້ທີ່ໄດ້ເມື່ອຍລ້າຈາກການສໍ້ລາດບັງຫຼວງສາທາລະນະຫຼາຍປີແລ້ວ ນັ້ນລະ
ເບີດຂຶ້ນ ແລະ ການບໍລິຫານໃນທາງທີ່ຜິດ ທີ່ໄດ້ເຮັດໃຫ້ເກາະທີ່ເປັນດິນ ແດນຂອງ
ສະຫະລັດ ນັ້ນຕົກຢູ່ພາຍໃຕ້ການຄວບຄຸມຂອງ ຄະນະກຳມະການທີ່ ໄດ້ຮັບຄຳສັ່ງ
ຈາກລັດຖະສະພາ ເພື່ອນຳພາເຂົາເຈົ້າອອກຈາກວິກິດການໜີ້ສິນ ຫຼາຍພັນລ້ານໂດ
ລາ.
ທ່ານ ໂຣແຊລໂລ ໄດ້ລົງຈາກຕຳແໜ່ງໃນຖານະເປັນຜູ້ນຳຂອງພັກກ້າວໜ້າໃໝ່ ໃນ
ລະຫວ່າງການກ່າວຄຳປາໄສ ອອກໂທລະພາບໃນວັນອາທິດທີ່ຜ່ານມາ ແລະ ໄດ້
ກ່າວວ່າ ທ່ານຈະບໍ່ລົງແຂ່ງຂັນ ເພື່ອດຳລົງຕຳແໜ່ງຄືນອີກ ໃນປີ 2020.
ໃນຕອນເຊົ້າຂອງວັນພຸດວານນີ້, ປະທານສະພາຕ່ຳ ທ່ານ ຈອນນີ ເມັນເດັສ ໄດ້ກ່າວ
ຕໍ່ທ່ານ ໂຣແຊລໂລ ວ່າບັນດາສະມາຊິກສະພາຂອງເກາະ ໄດ້ເລີ່ມການດຳເນີນການ
ຟ້ອງຮ້ອງຕໍ່ທ່ານແລ້ວ.
ເຈົ້າໜ້າທີ່ຈຳນວນນຶ່ງທີ່ເຊື່ອມໂຍງກັບຂ່າວນອງນັນ ການສົ່ງຂໍ້ຄວາມທີ່ຖືກເປີດເຜີຍ
ໃນຕົ້ນເດືອນນີ້ໄດ້ພາກັນລາອອກຈາກວຽກ, ເຊິ່ງຄົນຫຼ້າສຸດແມ່ນທີ່ປຶກສາຂອງທ່ານ
ໂຣແຊລໂລ, ຊື່ວ່າທ່ານ ຣິຄາໂດ ເລີແຣນດີ ຜູ້ທີ່ໄດ້ປະກາດລາ ອອກ ຈາກຕຳແໜ່ງ
ໃນວັນອັງຄານວານມື້ກ່ອນນີ້ ໂດຍອ້າງວ່າຄອບຄົວຂອງ ທ່ານຖືກຂົ່ມຂູ່.