ກຳປູເຈຍ ປະຕິເສດ ຕໍ່ການລົງ​ນາມ​ ໃນ​ສັນ​ຍາ "ລັບ" ​ກ່ຽວກັບ ຖານທັບເຮືອ ​ກັບຈີນ

ທ່ານ ຮຸນ ເຊັນ ປະທານາທິບໍດີ ທັງເປັນນາຍົກລັດຖະມົນຕີ ຈາກພັກປະຊາຊົນຂອງ ກຳປູເຈຍ ທີ່ປົກຄອງປະເທດ ໃນປັດຈຸບັນ ເຂົ້າຮ່ວມໃນພິທີ ເພື່ອເປັນຂີດໝາຍ ການຈັດຕັ້ງພັກ ຄົບຮອບ 68 ປີ ໃນນະຄອນຫຼວງພະນົມເປັນ ຂອງກຳປູເຈຍ, ວັນທີ 28 ມິຖຸນາ 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຮຸນ ເຊັນ ແຫ່ງ​ກຳ​ປູ​ເຈຍ ໃນ​ວັນ​ຈັນ​ວານນີ້ ໄດ້​ປະ​ຕິ​ເສດ​ຕໍ່​ລາຍ​ງານ​
ຂ່າວ​ທີ່​ວ່າ ປະ​ເທດ​ຂອງ​ທ່ານ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ລັບ​ສະ​ບັບ​ນຶ່ງ​ກັບຈີນ ເພື່​ອ​ອະ​ນຸ​
ຍາດ​ໃຫ້​ກອງ​ທັບ​ເຮືອ​ຈີນ ໃຊ້​ຖານ​ທັບ​ເຮືອ​ຂ​ອງ​ຕົນໃນ​ເຂດ​ອ່າວ​ໄທ​ໄດ້.

ໃນ​ວັນ​ຈັນ​ຜ່ານ​ມານີ້ ໜັງ​ສື​ພິມ Wall Street Journal ລາຍ​ງານ​ວ່າ ໄດ້​ມີການ​ລົງ​ນາມ​
ໃນ​ຂໍ້​ຕົກ​ລົງ​ສອງ​ຝ່າຍ​ສະ​ບັບ​ນຶ່ງ ເມື່ອ​ຕົ້ນ​ປີນີ້ ທີ່​ຈະ​ໃຫ້​ຈີນ​ມີ​ສິດ​ພິເສດ ໃຊ້​ຖານ​ທັບ​ເຮືອ
Ream ຊຶ່ງ​ຕັ້ງ​ຢູ່​ໃກ້ໆ​ກັບ​ສະ​ໜາມ​ບິນ​ໃຫຍ່ ​ແຫ່ງ​ນຶ່ງ ທີ່ສ້າງ​ໂດຍ​ຈີນ ໃນ​ບໍ​ລິ​ເວນ​ອ່າວ​ໄທ
ຢູ່​ທີ່​ແຂວງ​ເກາະ​ກົງ ທີ່​ຢູ່​ໃກ້​ຄຽງ​ນັ້ນ.

ທ່ານ​ ຮຸນ ​ເຊັນ ກ່າວ​ໃນ​ການ​ໃຫ້​ສຳ​ພາດ​ແກ່​ອົງ​ການ​ຂ່າວ Fresch News ຂອງກຳ​ປູ​ເຈຍ
ຊຶ່ງ​ເປັນ​ອົງ​ການ​ຂ່າວ​ທີ່​ເປັນ​ພັນ​ທະ​ມິດ​ກັບ​ລັດ​ຖະ​ບານ ໂດຍ​ກ່າວວ່າ “ນີ້​ແມ່ນ​ຂ່າວ​ປອມ
​ທີ່​ຮ້າຍ​ແຮງ​ສຸດ ຕໍ່​ກຳ​ປູ​ເຈຍ.”

ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ Fresch News ແລ້ວ ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ
ກ່າວ​ວ່າ “ບໍ່​ມີ​ເລື້ອງ​ແບບນີ້​ສາ​ມາດ​ເກີດ​ຂຶ້ນ​ໄດ້ ຍ້ອນ​ວ່​າ​ການ​ໃຫ້​ຕ່າງປະ​ເທດ​ມາ​ຕັ້ງຖານ
​ທັບ​ນັ້ນ ແມ່ນ​ຜິດ​ຕໍ່​ລັດ​ຖະ​ທຳ​ມະ​ນູ​ນ​ຂອງ​ກຳ​ປູ​ເຈຍ.”

ໜັງ​ສື​ພິມ Wall Street Journal ລາຍ​ງານ​ວ່າ ທັງ​ຈີນ ແລະ​ກຳ​ປູ​ເຈຍ ຕ່າງ​ກໍ​ບໍ່​ໄດ້​ເປີດ
​ເຜີຍ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ສະ​ບັບນີ້. ລາຍ​ງານ​ດັ່ງ​ກ່າວ​ໄດ້​ອ້າງ​ຄຳ​ເວົ້າ​ເຈົ້າໜ້າ​ທີ່​ສະ​ຫະ​ລັດ
ທີ່​ຂໍ​ສະ​ຫງວນ​ຊື່ ທີ່​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ ຈີນ​ແລະ​ກຳ​ປູ​ເຈຍ​ໄດ້ບັນ​ລຸ​ຂໍ້​ຕົກ​ລົງ​ເພື່ອ​ໃຊ້​
ຖານ​ທັບ​ໃກ້ໆ​ເມືອງ​ສີ​ຫາ​ນຸກວິ​ລ ຊຶ່ງ​ເປັນ​ສູນ​ກາງ​ການ​ລົງ​ທຶນ​ຂອງ​ຈີນ​ ໃນ​ກຳ​ປູ​ເຈຍ.
ຂໍ້​ຕົກ​ລົງ​ສະ​ບັບ​ນີ້ ແມ່ນ​ຄ້າຍ​ຄື​ກັນ​ກັບ​ສັນ​ຍາ​ເຊົ່າ​ ທີ່ຈະ​ອະ​ນຸ​ຍາດ​ໃຫ້​ຈີນ ໃຊ້​ຖານ​ທັບ
​ດັ່ງ​ກ່າວ​ໄດ້ ​ເປັນ​ເວ​ລາ 30 ປີ ແລະ​ສາ​ມາດ​ຕໍ່ອາ​ຍຸ​ໄດ້​ຢ່າງ​ອັດ​ຕະ​ໂນ​ມັດ ໃນ​ທຸກໆ​ສິບ
​ປີຫຼັງ​ຈາກນັ້ນ ໃຫ້​ພວກ​ທະ​ຫານ​ຂອງ​ຕົນ​ມາ​ປະ​ຈຳ​ການ ເກັບ​ສະ​ສົມ​ອາ​ວຸດ ແລະ​ຈອດ
​ກຳ​ປັ່ນ​ລົບ.

ໂດຍ​ການ​ສາ​ມາດ​ນຳ​ໃຊ້​ຖານ​ທັບ​ເຮືອ​ຢູ່​ຕາມ​ແຄມ​ຝັ່ງ​ທະ​ເລ​ຂອງ​ກຳ​ປູ​ເຈຍ​ໄດ້​ນັ້ນ
ອິດ​ທິ​ພົນ​ຂອງ​ຈີນ​ຈະ​ໄດ້​ຮັບ​ການຂະ​ຫຍາຍ​ຢູ່ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ ແລະ
ຊ່ວຍ​ໃນການ​ອ້າງ​ກຳ​ມະ​ສິດ​ເອົາ​ດິນ​ແດນ​ ໃນ​ທະ​ເລ​ຈີນ​ໃຕ້. ຫວຽດ​ນາມ ມາເລ​ເຊຍ
ຟີ​ລິບ​ປິນ ແລະ​ ບ​ຣູ​ໄນ ຕ່າງ​ກໍ​ອ້າງ​ເອົາ​ກຳ​ມະ​ສິດ​ຢູ່​ໃນ​ເຂດ​ນ່ານ​ນ້ຳ​ດຽວກັນ​ນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ