ຈີນ ກັບ ຫວຽດນາມ ກຳລັງສືບຕໍ່ປະທະກັນ ກ່ຽວກັບ ຄວາມຂັດແຍ້ງອຳນາດອະທິປະ
ໄຕທາງທະເລ ເຖິງແມ່ນຈະມີການນຳສະເໜີທາງການທູດ ແລະ ຄວາມງຽບສະຫງົບ
ໂດຍອີກສອງປະເທດທີ່ອ້າງເອົາທະເລດຽວກັນກໍຕາມ.
ສອງປະເທດຄອມມູນິສທີ່ຢູ່ໃກ້ຄຽງກັນນັ້ນ ໄດ້ເຈລະຈາກັນເປັນປະຈຳ ກ່ຽວກັບ ຂໍ້ໂຕ້
ແຍ້ງຂອງເຂົາເຈົ້າ ລະຫວ່າງ ພັກຕໍ່ພັກ ພ້ອມກັບຜ່ານທາງການທູດ. ໃນອ້ອມເຂດທີ່
ເຫຼືອຂອງທະເລຈີນໃຕ້ ທີ່ມີການຂັດແຍ້ງກັນ, ເຊິ່ງໄດ້ມີການອ້າງເອົາສິດທິໂດຍຫົກລັດ
ຖະບານລວມທັງໝົດນັ້ນ, ປະເທດອື່ນໆສ່ວນໃຫຍ່ແມ່ນໄດ້ຫຼີກລ່ຽງການຜິດຖຽງກັນ
ຢ່າງເສລີໃນສາມປີທີ່ຜ່ານມາ.
ແຕ່ການໂຕ້ຖຽງຄັ້ງໃໝ່ ກໍໄດ້ເກີດຂຶ້ນອີກ ລະຫວ່າງ ຈີນ ກັບ ຫວຽດນາມ ປະມານນຶ່ງ
ຄັ້ງຕໍ່ປີ. ເຂົາເຈົ້າໄດ້ໂຕ້ຖຽງກັນອີກຄັ້ງນຶ່ງໃນເວລານີ້ ກ່ຽວກັບ ການຂຸດຄົ້ນພະລັງງານ
ຢູ່ບໍລິເວນນຶ່ງ ໃນທະເລທີ່ທັງສອງປະເທດນັ້ນເອີ້ນວ່າເປັນຂອງເຂົາເຈົ້າ.
ສອງປະເທດດັ່ງກ່າວໄດ້ສືບຕໍ່ໂຕ້ຖຽງກັນ ຍ້ອນຄວາມບໍ່ເຊື່ອຖືກັນ ພ້ອມກັບຄວາມປາ
ຖະໜາຢາກໄດ້ວັດຖຸໃນທະເລທີ່ມີເນື້ອທີ່ ສາມລ້ານຫ້າແສນຕາລາງກິໂລແມັດມາໄດ້
ຫຼາຍທົດສະວັດແລ້ວ ຖ້າບໍ່ເຖິງສັດຕະວັດ. ອີງຕາມການກ່າວຂອງບັນດານັກຊ່ຽວຊານ.
ທ່ານ ເອດູອາໂດ ອາຣາຣັດ, ຮອງສາສະດາຈານຢູ່ຄະນະວິຊາ ນະໂຍບາຍສາທາລະ
ນະ ຂອງມະຫາວິທະຍາໄລແຫ່ງຊາດຂອງ ສິງກະໂປ ທີ່ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ
ພາບທີ່ໃຫຍ່ໃນສາຍພົວພັນລະຫວ່າງ ຈີນ ກັບ ຫວຽດນາມ ກໍແມ່ນວ່າ ເຂົາເຈົ້າຈະ
ເລືອກເອົາການທູດ ທັງ ຈະໃຊ້ຄວາມຮຸນແຮງເຊັ່ນກັນ. ມັນແມ່ນສາຍພົວພັນ ຮັກ ແລະ
ຊັງ ທີ່ມີມາດົນນານຫຼາຍ ລະຫວ່າງ ຈີນ ກັບ ຫວຽດນາມ.”
ໃນການປະທະກັນຄັ້ງຫຼ້າສຸດລະຫວ່າງສອງປະເທດດັ່ງກ່າວນັ້ນ, ເຮືອຍາມຊາຍຝັ່ງຂອງ
ຈີນ ໄດ້ອອກລາດຕະເວນນັບຕັ້ງແຕ່ວັນທີ 16 ມິຖຸນາທີ່ຜ່ານມາ ຢູ່ອ້ອມບໍລິເວນກົ້ນທະ
ເລ ປະມານ 352 ກິໂລແມັດນອກຊາຍຝັ່ງຂອງພາກຕາເວັນອອກສຽງໃຕ້ຂອງ ຫວຽດ
ນາມ, ອີງຕາມການກ່າວຂອງອົງການ Asia Maritime Transparency Initiative
ເຊິ່ງຢູ່ພາຍໃຕ້ ສູນກາງເພື່ອແຜນຍຸດທະສາດ ແລະ ການສຶກສາສາກົນ.