8 ຄົນ ເສຍຊີວິດ ໃນການໂຈມຕີ ດ້ວຍລະເບີດ ສະຫຼະຊີບຄູ່ນຶ່ງ ໃນປາກິສຖານ

ບັນດາເຈົ້າໜ້າທີ່ຮັກສາຄວາມສະຫງົບ ກຳລັງກວດເບິ່ງ ສະຖານທີ່ ເກີດການໂຈມຕີລະເບີດສະຫຼະຊີບ ຢູ່ທາງເຂົ້າໂຮງໝໍ ໃນບ້ານໂຄຕລານ ໄຊດານ ຕັ້ງຢູ່ຊານເມືອງ ເດີຣາອິສແມລຄານ ທາງພາກຕາເວັນຕົກສຽງເໜືອ ຂອງປະເທດ, ວັນທີ 21 ກໍລະກົດ 2019.

ບັນດາເຈົ້າໜ້າທີ່ ຢູ່ໃນເຂດພາກຕາເວັນຕົກສຽງເໜືອ ຂອງປາກິສຖານ ກ່າວວ່າ ເກີດ
ເຫດການໂຈມຕີລະເບີດສະຫລະຊີບຄູ່ນຶ່ງ ທີ່ໄດ້ສັງຫານຢ່າງໜ້ອຍ 8 ຄົນ ແລະເຮັດໃຫ້
ອີກ 25 ຄົນໄດ້ຮັບບາດເຈັບ.

ເຈົ້າໜ້າທີ່ຕຳຫຼວດກ່າວວ່າ ມືລະເບີດສະຫລະຊີບຄົນນຶ່ງ ໄດ້ໂຈມຕີ ດ່ານຮັກສາຄວາມ
ປອດໄພ ຢູ່ໃນເຂດເມືອງເດີຣາອິສແມລຄານ ໃນວັນອາທິດມື້ນີ້.

ສ່ວນມືລະເບີດສະຫລະຊີບອີກຄົນນຶ່ງ ທີ່ແຕ່ງກາຍໃນຊຸດເບີຣກາ ໄດ້ໂຈມຕີ ໂຮງໝໍ
ບ່ອນທີ່ພວກຜູ້ເຄາະຮ້າຍຖືກນຳສົ່ງໄປ ຈາກສະຖານທີ່ເກີດລະເບີດແຕກ ຢູ່ແຫ່ງທຳ
ອິດນັ້ນ ຈຶ່ງໄດ້ກໍ່ໃຫ້ເກີດການລົ້ມຕາຍຕື່ມອີກ.

ກຸ່ມຕາລີບານຂອງປາກິສຖານ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບເຫດການທີ່
ເກີດຂຶ້ນດັ່ງກ່າວ ຢູ່ໃນອີເມລ ທີ່ໄດ້ສົ່ງມາໃຫ້ວີໂອເອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ