ຂໍ້ຕົກລົງການຄ້າເສລີແຫ່ງທະວີບອາຟຣິກາ ທີ່ຫາກໍມີການເຊັນກັນເມື່ອບໍ່ດົນມານີ້ ແມ່ນແນໃສ່ເພື່ອເພີ້ມການຄ້າຂາຍລະຫວ່າງບັນດາປະເທດໃນທະວີບອາຟຣິກາດ້ວຍກັນ ພ້ອມທັງລຶບລ້າງພາສີ ແລະລະບຽບການ ທີ່ສ້າງຄວາມຊັກຊ້າຕ່າງໆ. ແຕ່ແນວໃດກໍຕາມ ຜູ້ຜະລິດຈຳນວນນຶ່ງຢູ່ປະເທດໄນຈີເຣຍກ່າວວ່າ ການເຈາະຕະຫຼາດຂອງທະວີບດັ່ງກ່າວອາດບ່ອນທຳລາຍຜູ້ຜະລິດໃນທ້ອງຖິ່ນ ແລະມີຜົນກະທົບແບບຄຸມເຄືອ ໃນທາງລົບ. Timothy Obiezu ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງໄພສານຈະນຳ ເອົາລາຍລະ ອຽດ ມາສະເໜີທ່ານ ໃນອັນ ດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານ ເປັນຫຍັງ ຜູ້ຜະລິດໄນຈີເຣຍ ຈຶ່ງເປັນຫ່ວງ ກ່ຽວກັບ ຂໍ້ຕົກລົງການຄ້າເສລີ
ທ້າວຈີໂຈກີ ນຽລສັນ (Chijioke Nelson) ຮຽນວິຊາຄຸ້ມຄອງທຸລະກິດທີ່ມະຫາວິທະຍາໄລ ໄນຈີເຣຍ ເອັນຊູກາ ແລະຮຽນຈົບເປັນທີນຶ່ງຂອງຫ້ອງ ໃນປີ 2015.
ເກືອບວ່າໃນທັນທີຫຼັງຈາກນັ້ນ ລາວໄດ້ຕັ້ງບໍລິສັດຜະລິດເກີບທີ່ມີຊື່ວ່າ Chinelk Outfits. ທ້າວນຽລສັນເວົ້າວ່າ ລາວຢາກປະກອບສ່ວນ ເຂົ້າໃນການຊ່ວຍເຮັດໃຫ້ເສດຖະກິດຂອງໄນຈີເຣຍຈະເລີນເຕີບໂຕ ແຕ່ກໍມີຄວາມກັງວົນຢ້ານວ່າ ການລົງນາມເມື່ອໄວໆມານີ້ ກ່ຽວກັບຂໍ້ຕົກລົງການຄ້າເສລີ ຂອງປະທານາທິບໍດີ ມູຮຳມາດູ ບູຮາຣີ ທີ່ປະເທດໄຈເຈີນັ້ນ ອາດເຮັດໃຫ້ພວກຜູ້ຜະລິດຂະໜາດນ້ອຍຄືກັນກັບລາວ ລົ້ມລະລາຍ. ທ້າວນຽລສັນກ່າວກ່ຽວກັບເລື້ອງນີ້ວ່າ:
“ມັນເປັນເລື້ອງນຶ່ງ ທີ່ເຊັນຂໍ້ຕົກລົງນີ້ໃຫ້ເປັນກົດໝາຍ ແລະມັນເປັນອີກເລື້ອງນຶ່ງທີ່ຈະໃຫ້ການຄ້ຳປະກັນວ່າ ຂໍ້ຕົກລົງການຄ້ານີ້ບໍ່ໄດ້ຂ້າອຸດສາຫະກຳທີ່ເກີດໃໝ່ໆຢູ່ໃນປະເທດ.”
ໃນຂັ້ນຕົ້ນ ໄນຈີເຣຍແມ່ນຄັດຄ້ານຂໍ້ຕົກລົງນີ້ ບົນພື້ນຖານທີ່ວ່າ ມັນອາດຈະເຮັດໃຫ້ຜູ້ຜະລິດ ຢູ່ໃນທ້ອງຖິ່ນ ມີການແຂ່ງຂັນຫຼາຍຂຶ້ນ.
ແຕ່ຫຼັງຈາກໄດ້ມີການທົບທວນເບິ່ງການຊັ່ງຊາໃນເດືອນມິຖຸນາຜ່ານມາ ປະທານາທິບໍດີກໍໄດ້ຕົກລົງ ທີ່ຈະເຊັນ ຂໍ້ຕົກລົງດັ່ງກ່າວນີ້. ທ່ານຣາຊັກ ໂອກູລາຈາ (Razak Okulaja) ສະມາຊິກສະພາສະມາຄົມຜູ້ຜະລິດໄນຈີເຣຍ ກ່າວວ່າ:
“ມີຄວາມເປັນຫ່ວງຢູ່ວ່າ ໃນຖານະຜູ້ຜະລິດ ພວກເຮົາແມ່ນພ້ອມແລ້ວບໍ? ດັ່ງນັ້ນ ສະພາສະມາຄົມຜູ້ຜະລິດໄນຈີເຣຍ ໄດ້ຂໍຮ້ອງມາດົນສົມຄວນແລ້ວ ໄດ້ປະຊຸມກັນຫຼາຍເທື່ອກັບພວກສະມາຊິກ ຂໍໃຫ້ພວກເຮົາສຶກສາເບິ່ງອີກເທື່ອນຶ່ງແລະຊົມເຊີຍລັດຖະບານ ລັດຖະບານຮັບຟັງສະເໝີ.”
ໃນຂະນະທີ່ຍັງມີຄວາມສົງໄສບໍ່ແນ່ໃຈໃນລະດັບສູງ ຊຶ່ງຜູ້ຜະລິດບາງຄົນ ເຊັ່ນທ່ານຈີບຣິລ ໂມຮຳເໝັດ (Jibril Mohammed) ກ່າວວ່າ ພວກເຂົາເຈົ້າຫວັງວ່າ ທຸລະກິດຂອງເຂົາເຈົ້າຈະມີການຂະຫຍາຍໂຕ ໂດຍຜ່ານຂໍ້ຕົກລົງການຄ້ານີ້. ທ່ານໂມຮຳເໝັດ ຊຶ່ງເປັນຜູ້ຜະລິດເຟີນີເຈີ ກ່າວກ່ຽວກັບເລື້ອງນີ້ວ່າ:
“ຂ້າພະເຈົ້າມີຄວາມສົນໃຈຫຼາຍ ຫຼາຍແທ້ໆຍ້ອນຂ້າພະເຈົ້າຄິດວ່າ ຂ້າພະເຈົ້າຈະເຂົ້າໄປໃນປະເທດຕ່າງໆແລະເປີດຫ້ອງການຂອງຂ້າພະເຈົ້າ ເຖິງແມ່ນວ່າມັນເປັນຫ້ອງວາງສະແດງສິນຄ້າ ສຳລັບຂ້າພະເຈົ້າທີ່ຈະສົ່ງຜະລິດຕະພັນໂດຍກົງໄປທີ່ນັ້ນ.”
ການຄ້າລະຫວ່າງບັນດາປະເທດໃນທະວີບອາຟຣິກາປະກອບເປັນແຕ່ພຽງ 17 ເປີເຊັນໃນການສົ່ງອອກທັງໝົດຂອງທະວີບດັ່ງກ່າວ ສົມທຽບໃສ່ 69 ເປີເຊັນສຳລັບທະວີບຢູໂຣບ ແລະ 59 ເປີເຊັນສຳລັບທະວີບເອເຊຍ. ຂໍ້ຕົກລົງການຄ້ານີ້ ອາດຈະເຮັດໃຫ້ໂຕເລກດັ່ງກ່າວ ສູງຂຶ້ນເຖິງ 52.3 ເປີເຊັນ ກໍເປັນໄດ້ ແລະໃນຖານະທີ່ເປັນປະເທດ ທີ່ມີເສດຖະກິດໃຫຍ່ສຸດໃນທະວີບອາຟຣິການັ້ນ ການຕັດສິນໃຈເຂົ້າຮ່ວມໃນຂໍ້ຕົກລົງການຄ້າດັ່ງກ່າວຂອງໄນຈີເຣຍແມ່ນເສີມຄວາມເຂັ້ມແຂງໃຫ້ແກ່ຂໍ້ຕົກລົງນີ້. ສາສະດາຈານເຄັນອີແຟ (Ken Ife)ຫົວ ໜ້າທີ່ປຶກສາທາງດ້ານເສດຖະກິດ ຂອງປະຊາຄົມເສດຖະກິດ ບັນດາລັດອາຟຣິກາຕາເວັນຕົກຫຼື ECOWAS ກ່າວວ່າ:
“ໄນຈີເຣຍແມ່ນເປັນເລື້ອງໃຫຍ່ທີ່ກຳລັງລໍຖ້າຈະເກີດຂຶ້ນ ແລະນັ້ນກໍຄືວ່າເປັນຫຍັງພວກເຂົາເຈົ້າຈຶ່ງມີຄວາມອົດທົນ ຄອຍຖ້າໄນຈີເຣຍ.”
ຂໍ້ຕົກລົງການຄ້າແຫ່ງທະວີບອາຟຣິກາ ໄດ້ຮັບແຮງກະຕຸ້ນຕື່ມ ໃນເດືອນພຶດສະພາຜ່ານມາ ຫຼັງຈາກຂໍ້ຕົກລົງດັ່ງກ່າວ ໄດ້ຮັບການໃຫ້ສັດຕະຍາບັນໂດຍສະພາແຫ່ງຊາດຂອງ 24 ປະເທດໃນອາຟຣິກາ.
ອຸດສາຫະກຳການຜະລິດ ແມ່ນປະກອບເປັນປະມານພຽງແຕ່ 10 ເປີເຊັນຂອງຍອດຜະລິດຕະພັນລວມຫຼືຈີດີພີຂອງສະຫະພາບອາຟຣິກາ 3 ພັນ 400 ຕື້ໂດລາ.
ຢູ່ປະເທດໄນຈີເຣຍ ພວກຜູ້ຜະລິດກັບປະເຊີນກັບບັນຫາທ້າທາຍ ໃນດ້ານການຜະລິດທີ່ຫຼາກຫຼາຍ ຊຶ່ງເຮັດໃຫ້ພວກເຂົາເຈົ້າຕົກຢູ່ໃນທ່າເສຍປຽບ ເມື່ອສົມທຽບໃສ່ກັບປະເທດຕ່າງໆ ທີ່ຮວມຢູ່ໃນຂໍ້ຕົກລົງດັ່ງກ່າວນີ້.
ແຕ່ຫຼາຍໆຄົນຢູ່ທີ່ນີ້ ກຳລັງລໍຖ້າເບິ່ງຢູ່ວ່າ ຂໍ້ຕົກລົງນີ້ຈະຫັນປ່ຽນທຸລະກິດແລະເສດຖະກິດຂອງພວກເຂົາເຈົ້າ ໄປໃນທິດທາງໃດ.