ລາຍ​ງານ​ສະ​ບັບ​ນຶ່ງຂອງ ສ​ປ​ຊ ​ຄາດວ່າ ປະ​ຊາ​ກອນ​ໂລກ ຈະ​ເພີ້ມ​ຂຶ້ນ​ສູງ​ສຸດ ໃນ​ສັດ​ຕະ​ວັດ​ໜ້າ

​ພວກ​ຜູ້​ຄົນພາ​ກັນ​ອອກ​ມາຢ້ຽມ​ຢາມ ໃນ​ນະ​ຄອນ​ລະ​ຮໍ, ​ປາ​ກິ​ສ​ຖານ, 30 ຕຸ​ລາ 2011.

ປະ​ຊາ​ກອນ​ໂລກ ພວມ​ເພີ້ມ​ຂຶ້ນ​ໃນ​ລະ​ດັບ​ຊ້າໆ ແຕ່​ກໍ​ຍັງ​ຄາດ​ວ່າ ​ຈະ​ສູງ​ເຖິງຈຸດ​ສູງ​ສຸດ
ເກືອບ 11 ພັນ​ລ້ານ​ຄົນ ໃນ​ທ້າຍ​ສັດ​ຕະ​ວັດ​ນີ້.

​ການ​ເພີ້ມ​ຂຶ້ນ​ໃນ​ຄວ​າມ​ຄາດ​ຫວັງ​ຂອງການ​ມີ​ຊີ​ວິດຍືນ​ຍາວແລະ​ການ​ຫຼຸດ​ລົງ​ຂອງ​
ການ​ເກີດໃນ​ທົ່ວ​ໂລກນັ້ນ ໝາຍ​ເຖິງ​ຈຳ​ນວນປະ​ຊາ​ກອນ​ໂລກ ຈະ​ແມ່ນ​ຍຸ​ຕິ​ການ​
ຂະ​ຫຍາຍ​ຕົວ​ພາຍ​ໃນ​ປີ 2100 ອີງ​ຕາມ​ລາຍ​ງານ​ສະ​ບັບ​ນຶ່ງ ​ຂອງອົງ​ການ​ສະຫະ​ປະ​ຊາ​
ຊາດ ທີ່​ນຳ​ອອກ​ເຜີຍ​ແຜ່ໃນ​ວັນ​ຈັນ​ວານ​ນີ້.

​ຫ້ອງການ​ດ້ານ​ເສດ​ຖະ​ກິດ ແລະ​ສັງ​ຄົມ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດທີ່ຄາດ​ຄະ​ເນ​
ກ່ຽວ​ກັບ​ແນວ​ໂນ້ມ​ຂອງ​ຈຳ​ນວນ​ປະ​ຊາ​ກອນ ໃນ​ທຸກໆ​ສອງ​ປີ, ໄດ້​ກ່າວ​ວ່າ ລະ​ດັບ​
ການເກີດ ແມ່ນ​ຄາດ​ວ່າ ຈະ​ຫຼຸດ​ລົງຈາກລະ​ດັບ​ສະ​ເລ່ຍ 2.5 ຂອງອັດ​ຕາ​ການ​ເກີດ
ຕໍ່​ແມ່​ຍິງ​ໃນທຸກ​ມື້​ນີ້ເປັນ 1.9 ຕໍ່​ແມ່​ຍິງຄົນນຶ່ງ ພາຍ​ໃນ​ປີ 2100. ອັດ​ຕາ​ສະ​ເລ່ຍ
ຂອງ​ການ​ເກີດ 2.1 ຕໍ່​ແມ່​ຍິງ ແມ່ນຕ້ອງ​ໄດ້​ຮັກ​ສາ​ໄວ້ເພື່ອ​ຈະ​ໃຫ້​ຈຳ​ນວນ​ປະ​ຊາ​ກອນ
​ຢູ່​ເກົ່າ ໂດ​ຍ​ບໍ່​ຕ້ອງ​ມີຄົນ​ເຂົ້າ​ເມືອງ​.

ການ​ຫຼຸດ​ລົງ​ຂອງກ​ານ​ເກີດ ຈະ​ບໍ່​ມີ​ຂຶ້ນ​ໃນ​ທົ່ວ​ໂລກ ອີງ​ຕາມ​ລາຍ​ງານ​ທີ່​ໄດ້​ກ່າວ​ໄວ້. ປະ​ຊາ
​ກອນ​ໃນ​ເຂດ​ໃຕ້ທະ​ເລ​ຊາຍ​ຊາຮາ​ຣາ ແມ່ນ​ຄາດ​ວ່າ ​ຈະ​ເພີ້ມ​ຂຶ້ນ​ເປັນເກືອບ 2 ເທົ່າ ໃນ​ປີ
2050.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ