ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ໃນ ແລງວັນພະຫັດມື້
ນີ້ ເຮົາຈະພາທ່ານໄປໂອ້ລົມກັບທ່ານສຸພັກ ສັນດາຣາ ອາຊີບຂັບລົດລີມູຊີນ (Limou-
sine) ໃນນະຄອນຫຼວງວໍຊິງຕັນ. ລົດລີມູຊີນ ແມ່ນລົດຂົນສົ່ງ ນຳພາແຂກຜູ້ມີກຽດສຳ
ຄັນ ທີ່ເດີນທາງມາພັກເຊົາຢູ່ໂຮງແຮມ ທ່ອງທ່ຽວ ແລະທຳທຸລະກິດຕ່າງໆ. ຄ່າທຳນຽມ
ຮັບໃຊ້ຊົ່ວໂມງນຶ່ງ ແມ່ນ 60 ໂດລາ ແລະຕ້ອງໄດ້ມີການບໍລິການ ຢ່າງໜ້ອຍສາມຊົ່ວ
ຂຶ້ນໄປ. ນອກນັ້ນ ທ່ານຍັງໄດ້ຮັບເງິນທິບອີກ 5 ເປີເຊັນຈາກລາຄາທັງໝົດ. ເພື່ອຢາກ
ຮູ້ຄວາມເປັນມາ ແລະອາຊີບຂັບລົດລີມູຊີນຂອງທ່ານສຸພັກ ສັນດາຣາ ເຮົາຂໍເຊີນທ່ານ
ພົບກັບ ກິ່ງສະຫວັນໄດ້ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ທ່ານເຄີຍຂີ່ລົດລີມູນຊີນ (limousine) ບໍ່? ສຳລັບໂຕ
ຂ້າພະເຈົ້າເອງ ແມ່ນເຄີຍຂີ່ມາຫຼາຍເທື່ອແລ້ວ ກໍຮູ້ສຶກວ່າໂອ່ໂຖງ ແລະນີ້ມນວນສະ
ບາຍກວ່າລົດທຳມະດາ. ລົດລີມູຊີນ ແມ່ນລົດຫຼູຫຼາ ຮັບສົ່່ງບັນດາແຂກຜູ້ສຳຄັນຕ່າງໆ
ໃນແຕ່ລະວັນເຊັ່ນນັກທຸລະກິດ ເຈົ້າໜ້າທີ່ຂັ້ນສູງ ຮັບສົ່ງແຂກຜູ້ມີກຽດໃນພິທີກິນລ້ຽງ
ອັນສຳຄັນ ພິທີ່ແຕ່ງງານ ພິທີສຳເລັດການສຶກສາ ໂດຍສະເພາະພວກຈົບມັດທະຍົມ
ສົມບູນ ຫຼື ຮາຍສກູລ ແລະພິທີສົ່ງສະການດັ່ງນີ້ເປັນຕົ້ນ. ລົດລີມູຊີນສ່ວນຫລາຍຈະ
ເປັນສີດຳ ມີຄົນຂັບໃສ່ຊຸດດຳ ລໍຖ້າໄຂປະຕູ ແລະຂັບໄປສົ່ງເຖິງສະຖານທີຢ່າງມີກຽດ.
ລົດລີມູນຊີນມີີຫຼາຍຂະໜາດ ທີ່ສາມາດບັນຈຸຜູ້ໂດຍສານໄດ້ຈາກສີ່ຄົນ ໄປຫາສິບຄົນ
ແລ້ວແຕ່ຂະໜາດຂອງລົດ ແລະຄວາມຕ້ອງການ. ຢູ່ໃນລົດລີມູຊີນມີເຄື່ອງຮັບຕ້ອນ
ຫຼາຍໆຢ່າງໄວ້ລໍຖ້າ. ການໃຊ້ລົດລີມູຊີນມີລະບົບທີ່ເຄັ່ງຄັດ ແລະມີກົດລະບຽບ ເຊັ່ນ
ວ່າ ຜູ້ຂັບລົດຕ້ອງມີລົດເປັນຂອງຕົນເອງ ລົດທີ່ມີລາຄາຢ່າງໜ້ອຍຫົກໝື່ນໂດລາຂຶ້ນ
ໄປ ສາມາດໂອ້ລົມກັບແຂກໃນການໄປມາ ໂດຍສະເພາະຢ່າງຍິ່ງຕ້ອງຮູ້ຈັກສະຖານ
ທີ່ຕ່າງໆ ຢູ່ໃນນະຄອນຫຼວງວໍຊິງຕັນ. ຜູ້ຂັບລົດຕ້ອງຮັບໃຊ້ຜ່ານບໍລິສັດ ຫຼືໂຮງແຮມ
ບ່ອນທີ່ມີແຂກມາພັກເຊົາ ຊຶ່ງທ່ານສຸພັກ ໄດ້ກ່າວເຖິງລາຍລະອຽດສູ່ ວີໂອເອ ຟັງດັ່ງນີ້ :
Your browser doesn’t support HTML5
ລົດລີມູຊີນ ໄດ້ຮັບກຽດພິເສດຈາກເຈົ້າໜ້າທີ່ຈາລະຈອນ ເພາະວ່າເປັນລົດຮັບໃຊ້ແຂກ
ຜູ້ມີກຽດທີ່ມາຢ້ຽມຢາມເມືອງ. ຕິດຢູ່ໜ້າແວ່ນລົດ ຈະມີປ້າຍນ້ອຍໆພິເສດ ທີ່ອະນຸຍາດ
ໃຫ້ເຂົາເຈົ້າຈອດໄດ້ເກືອບທຸກບ່ອນ ຊຶ່ງລົດທຳມະດາບໍ່ສາມາດຈອດໄດ້. ທ່ານສຸພັກໄດ້
ກ່າວເຖິງສິດຂອງການຈອດລົດ ແລະການຮັບໃຊ້ແຂກດັ່ງນີ້ :
Your browser doesn’t support HTML5
ນະຄອນຫຼວງວໍຊິງຕັນ ເມືອງເອກຂອງສະຫະລັດ ຈະປາກົດເຫັນວ່າ ມີລົດລີມູຊີນແລ່ນ
ຮັບສົ່ງບັນດາແຂກບ້ານແຂກແມືອງ ແລະຜູ້ສຳຄັນ ຢູ່ຕະຫຼອດເວລາ. ທ່ານສຸພັກ ຈະ
ຕ້ອງໄດ້ປະສານງານ ກັບພວກພະນັກງານໂຮງແຮມ ໃນແຕ່ລະວັນ ເພື່ອຮັບເບິ່ງລາຍ
ການຮັບໃຊ້ແຂກ ທີ່ຈະນຳພາເຂົາເຈົ້າໄປສະຖານທີ່ຕ່່າງໆ. ທ່ານສຸພັກ ໄດ້ກ່າວເຖິງລາ
ຄາ ແລະຫລັກຂອງການໃຊ້ຈ່າຍຄ່າບໍລິການດັ່ງນີ້ :
Your browser doesn’t support HTML5
ຢູ່ໃນລົດລີມູຊີນແຕ່ລະຄັນ ຈະມີຫຼາຍໆຢ່າງໄວ້ຄອຍຕ້ອນຮັບແຂກເຊັ່ນວ່າ ເຄື່ອງດື່ມ
ເຂົ້າໜົມ ນິຕະຍະສານປະຈຳແຕ່ລະອາທິດ ອາຍໂຟນ ແລະລະບົບອິນເຕີແນັດ ແລະ
ອາຍແພດ (I-pad) ເຫລົ່ານີ້ເປັນຕົ້ນ. ນອກຈາກນັ້ນແລ້ວ ຜູ້ຂັບລົດລີມູຊີນ ທີ່ເປັນເຈົ້າ
ຂອງລົດຕ້ອງຮັກສາລົດໃຫ້ສະອາດຢູ່ເລື້ອຍໆ ແລະຈະຕ້ອງປ່ຽນລົດລຸ້ນໃໝ່ທຸກໆສີ່ປີ
ອັນເປັນກົດລະບຽບ ຊຶ່ງທ່ານສຸພັກ ໄດ້ກ່າວຕອນນີ້ວ່າ :
Your browser doesn’t support HTML5
ທ່ານສຸພັກ ໄດ້ກ່າວເຖິງປະສົບການທີ່ເຄີຍໄດ້ຮັບໃຊ້ແຂກພິເສດ ທີ່ເປັນທະນາຍຄວາມ ເດີນທາງດ້ວຍເຮືອບິນນ້ອຍສ່ວນໂຕ ແລະໄດ້ຮັບສິດພິເສດເຂົ້າໄປຮັບເອົາຢູ່ໃນເດີ່ນ
ເຮືອບິນ ຈອດລົດຢູ່ກ້ອງປີກເຮືອບິນ ແລະລໍຖ້າຕ້ອນຮັບເອົາແຂກດັ່ງກ່າວ ຊຶ່ງທ່ານ
ໄດ້ກ່າວເຖິງຕອນນີ້ວ່າ:
Your browser doesn’t support HTML5
ທ່ານສຸພັກ ສັນດາຣາແມ່ນອະດີດລູກບ້ານຫຼານບ້ານໜອງໜ່ຽງ ເມືອງໄຊທານີ ແຂວງ
ວຽງຈັນ ເດີນທາງມາສະຫະລັດ ໃນປີ 1987 ເວລານັ້ນ ມີອາຍຸ 21 ປີ. ທ່ານມີພື້ນຖານ
ດ້ານແປງລົດ ໄດ້ຮໍ່າຮຽນພາສາອັງກິດ ເປັນຢ່າງດີ ເຮັດວຽກເປັນຜູ່ຊ່ວຍ chef ຫຼືຫົວ
ໜ້າພໍ່ຄົວຢູ່ໂຮງແຮມ. ໃນທີ່ສຸດທ່ານກໍໄດ້ຕັດສິນໃຈກາຍມາເປັນຄົນຂັບລົດ ລີມູນຊີນ
ຢ່າງປະສົບຜົນສຳເລັດຈົນເທົ່າເຖິງທຸກວັນນີ້.