ນະຄອນ Los Angeles ກຳລັງມຸ່ງໜ້າສູ່ການເປັນເມືອງເຈົ້າພາບຈັດງານມະຫະກຳ
ກິລາໂອລິມປິກອີກຄັ້ງນຶ່ງ ຊຶ່ງຄັ້ງນີ້ຈະແມ່ນປີ 2028 ຊຶ່ງໝາຍຄວາມວ່ານະຄອນປາຣີ
ຈະເປັນເຈົ້າພາບຈັດງານມະຫະກຳກິລາໂອລິມປິກ ໃນປີ 2024.
ທັງສອງນະຄອນ ໄດ້ຖືກຄັດເລືອກໃຫ້ເປັນເຈົ້າພາບ ຈັດງານມະຫະກຳກິລາໂອລິມປິກ
ລະດູຮ້ອນໂດຍຄະນະກຳມະການໂອລິມປິກສາກົນ ແລະຫຼາຍໆສັບປະດາໃນການ
ເຈລະຈາກັນ ຈຶ່ງໄດ້ຕັດສິນ ໃຫ້ນະຄອນປາຣີ ເປັນເຈົ້າພາບຈັດງານກ່ອນ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ສະແດງຄວາມຍິນດີກັບນະຄອນ
ດັ່ງກ່າວໂດຍເວົ້າວ່າ “ອາເມຣິກາແມ່ນສ່ອງປະກາຍແສງທີ່ເຮືອງຮຸ່ງ ໃນຊ່ວງທີ່ມີງານ
ມະຫະກຳ ແລະນະຄອນ Los Angeles 2028 ກໍຈະບໍ່ມີຫຍັງທີ່ແຕກຕ່າງ.”
ພາບທີ່ຖ່າຍຈາກຂົວ Alexandre III ທີ່ສະແດງໃຫ້ເຫັນເຖິງເສັ້ນທາງຂອງການແຂ່ງຂັນແລ່ນ ເທິງແມ່ນ້ຳ Seine ແລະມີເຮືອໂດຍສານ ແລ່ນຜ່ານ ເພື່ອການໂຄສະນາໃນການແຂ່ງຂັນ ຢາກໃຫ້ Paris ໄດ້ເປັນນະຄອນເຈົ້າພາບ ຈັດງານກິລາໂອລິມປິກລະດູຮ້ອນ 2024, 23 ພຶດສະພາ 2017.
ເຈົ້າຄອງນະຄອນ Los Angeles ທ່ານ Eric Garcetti ໄດ້ກ່າວວ່າ “ນະຄອນດັ່ງກ່າວ
ພວມເອົາບາດກ້າວທີ່ສຳຄັນ ເພື່ອນຳເອົາງານມະຫະກຳກິລາໂອລິມປິກ ກັບຄືນມາຍັງນະຄອນອີກຄັ້ງ ຊຶ່ງຈະເປັນຄັ້ງທຳອິດ ສຳຫຼັບຄົນຮຸ່ນໃໝ່ນີ້.”
ພາຍໃຕ້ເງື່ອນໄຂຂອງຂໍ້ຕົກລົງ ຄະນະກຳມະການໂອລິມປິກສາກົນ ຫຼື IOC ຈະໃຫ້ທຶນ
ລ່ວງໜ້າແກ່ຄະນະກຳມະການຈັດງານຂອງນະຄອນ Los Angeles ເພື່ອຈະໄດ້ທຳການ
ວາງແຜນແລະເພີ່ມໂຄງການການກິລາສຳຫຼັບພວກເຍົາວະຊົນ ກ່ອນການແຂ່ງຂັນ
ໂອລິມປິກ. ການປະກອບທຶນດັ່ງກ່າວຂອງຄະນະກຳມະການ IOC ອາດເກີນຈຳນວນ
2 ພັນລ້ານໂດລ່າ ອີງຕາມເຈົ້າໜ້າທີ່ຂອງນະຄອນ Los Angeles. ເງິນຈຳນວນດັ່ງກ່າວ
ຈະນຳເຂົ້າໄປປະກອບໃສ່ຈຳນວນຂອງບັນດາຜູ້ອຸບປະຖຳລາຍອື່ນໆ ທີ່ໄດ້ຕົກລົງທີ່
ຈະໄດ້ທຳການຕໍ່ສັນຍາຄືນໃໝ່ ຮວມທັງຂໍ້ຕົກລົງຕ່າງໆຂອງການຕະຫຼາດໃໝ່ນຳ.
ສະໜາມກິລາ Rose Bowl ທີ່ເຫັນນີ້ ເປັນພາກສ່ວນນຶ່ງຂອງງານມະຫະກຳກິລາ ໂອລິມປິກ ໃນຂະນະທີ່ ທາງຄະນະກຳມະການ IOC ຊັ່ງຊາເບິ່ງຄວາມເປັນໄປໄດ້ ໃນກອງປະຊຸມທີ່ Los Angeles, California, 10 ພຶດສະພາ, 2017.
ຄະນະກຳມະການ IOC ຄາດວ່າ ຈະໃຫ້ສັດຕະຍາບັນຕໍ່ຕົກລົງກັບທັງສອງນະຄອນທີ່
ຈະຈັດງານໂອລິມປິກ ໃນເດືອນກັນຍາທີ່ຈະມາເຖິງນີ້.
ນະຄອນໂຕກຽວ ຈະເປັນເຈົ້າພາບຈັດການແຂ່ງຂັນໂອລິມປິກລະດູຮ້ອນ ໃນປີ 2020 ແລະນະຄອນປັກກິ່ງ ຈະເປັນເຈົ້າພາບຈັດການແຂ່ງໂອລິມປິກລະດູໜາວ ໃນເວລາ 2 ປີ
ຕໍ່ຈາກນັ້ນ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ