ໄອຍະການຂອງເກົາຫຼີໃຕ້ ໄດ້ກັກຂັງ ອະດີດທີ່ປຶກສາຂອງປະທານາທິບໍດີ Park Geun- hye ຊຶ່ງເປັນສ່ວນນຶ່ງຂອງສືບສວນ ກ່ຽວກັບການໃຊ້ອິດທິພົນນັ້ນ.
ທ່ານ Ahn Jong-beom ແມ່ນເປັນເລຂາຂອງທ່ານນາງ Park ໃນການປະສານງານເລື້ອງນະໂຍບາຍ ກ່ອນທີ່ທ່ານ ແລະສະມາຊິກສະພາອີກຫຼາຍຄົນ ໄດ້ຖືກສັ່ງໃຫ້ລາອອກ ໃນສັບປະດາແລ້ວນີ້.
ເກົາຫຼີໃຕ້ ຍົກປ້າຍທີ່ເປັນຮູບປະທານານະທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ແລະທ່ານນາງ Choi Soon-sil, ຂ້າງເທິງຊ້າຍ, ໃນການໂຮມຊຸມນຸມ ໃຫ້ທ່ານນາງ Park ລົງຈາກອຳນາດ, 2 ພະຈິກ, 2016, ນະຄອນຫຼວງໂຊລ໌, ເກົາຫຼີໃຕ້.
ທ່ານ Ahn ແມ່ນກຳລັງຖືກສືບສວນສອບສວນ ໃນການກ່າວຫາວ່າ ໄດ້ຊ່ອຍ ທ່ານນາງ Choi Soon-sil ຜູ້ຊຶ່ງເປັນເພື່ອນສະນິດມາດົນນານກັບປະທານາທິບໍດີເກົາຫຼີໃຕ້ ທີ່ບັງຄັບໃຫ້ຫຼາຍບໍລິສັດບໍລິຈາກເງິນໃຫ້ອົງການທີ່ບໍ່ຫວັງຜົນກຳໄລ ຊຶ່ງທ່ານ ນາງ Choi ເປັນຜູ້ຈັດ ການ ແລະຄວບຄຸມ. ທ່ານນາງ Choi ໄດ້ຖືກກ່າວຫາວ່າ ນຳເງິນດັ່ງກ່າວ ໄປໃຊ້ໃນການສ່ວນຕົວ.
ທ່ານນາງ Choi ໄດ້ຖືກຈັບກຸມ ໃນວັນວັນພຸດວານນີ້ ຫຼັງຈາກ 3 ມື້ຂອງການສອບປາກຄຳ ແລະທາງໄອຍະການ ໄດ້ຮ້ອງຂໍໃຫ້ອອກໝາຍຈັບ.
ອະດີດເລຂາປະທານາທິບໍດີ Park ທ່ານ An Chong-bum ເຂົ້າມາເພື່ອໃຫ້ປາກຄຳ ຕໍ່ຫ້ອງການຄະນະສືບສວນສອບສວນໃນເກົາຫຼີໃຕ້, 2 ພະຈິກ, 2016.
ທ່ານນາງ Choi ຍັງໄດ້ຖືກກ່າວຫາວ່າ ໄດ້ນຳໃຊ້ ໃນອັນທີ່ເອີ້ນວ່າ “ເປັນຄືກັບສາສະ ໜາ” ເພື່ອຄວບຄຸມປະທານາທິບໍດີ Park ຊຶ່ງຮວມທັງການອາດຈະໃຫ້ຄຳແນະນຳຕໍ່ການກຳນົດ ນະໂຍບາຍຕ່າງໆ. ທ່ານນາງ Park ໄດ້ຍອມຮັບວ່າ ທ່ານນາງ Choi ໄດ້ດັດແປງບາງຖ້ອຍຄຳຂອງຄຳປາໄສທ່ານນາງ ແລະໃຫ້ການຊ່ອຍເຫຼືອທາງດ້ານປະຊາສຳພັນອື່ນໆ.
ສື່ມວນຊົນຂອງເກົາຫຼີໃຕ້ ຄາດຄະເນວ່າ ເຖິງແມ່ນວ່າ ທ່ານນາງ ບໍ່ມີຕຳແໜ່ງໃນລັດຖະ ບານ ກໍຕາມ ແຕ່ທ່ານນາງ Choi ອາດຈະໄດ້ເຂົ້າເຖິງຂໍ້ມູນຕ່າງໆທີ່ຫຼໍ່ແຫຼມສຳຄັນກໍເປັນໄດ້.