ທ່ານນາງ Clinton ກ່າວວ່າ ສະຫະລັດ ຈະຕັ້ງ ລະບົບຕໍ່ຕ້ານ ລູກສອນໄຟ ອ້ອມຈີນ

ອະດີດລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ພວມກ່າວ ໃນລະຫວ່າງ ກອງປະຊຸມ ຖະແຫຼງຂ່າວຮ່ວມ ກັບລັດຖະມົນຕີການຕ່າງປະເທດຈີນ ທ່ານ Yang Jiechi ທີ່ຫໍສາລາປະຊາຊົນ.

ຜູ້​ສະໝັກ​ເປັນ​ປະທານາທິບໍດີ​ຂອງ​ພັກ​ເດ​ໂມ​ແຄຣັດທ່ານ​ນາງ Hillary Clinton ​ໄດ້​ຂົ່ມຂູ່​ວ່າ ຈະ​ອ້ອມ​ຈີນ ​ດ້ວຍລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ” ​ແລະ​ໄດ້​ຕ້ອງ​ຕິປັກ​ກິ່ງຢ່າງໜັກ ​ຕໍ່​ການ​ອ້າງ​ເອົາ​ກຳ​ມະສິດ​ຢູ່​ທະ​ເລ​ຈີນ​ໃຕ້​ທີ່​ມີ​ການ​ຂັດ​ແຍ້​ງກັນອີງ​ຕາມຄວາມ​ເຫັນ​ທີ່​ຖືກ​ເປີດ​ເຜີຍໂດຍກຸ່ມ Wikileaks.

ການ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ​ແມ່ນ​ມີ​ຂຶ້ນ​ໃນ​ຄຳ​ປາ​ໄສສ່ວນ​ໂຕ​ຫຼາຍໆ​ຄັ້ງ ຕໍ່ທະນາຄານ​ຕະ ຫຼາດ​ຫລັກ​ຊັບ ຊຶ່ງ​ເບິ່ງ​ຄື​ວ່າ​ເປັນ​ການ​ສະ​ເໜີ​ແບບ​ລວມໆ​ທີ່​ບໍ່​ມີ​ການກວດ​ແກ້ທີ່​ບໍ່ຄ່ອຍ​ໄດ້​ຍິນ​ກ່ຽວ​ກັບ​ທັດສະນະ​ຄວາມ​ເຫັນ​ໃນ​ນະ​ໂຍບາຍຕ່າງປະ​ເທດ​ຂອງທ່ານ​ນາງ Clinton ຜູ້​ຊຶ່ງ​ຕາມ​ປົກກະຕິ​ແລ້ວແມ່ນລະມັດລະວັງ​ເປັນພິ​ເສດ​ເວລາ​ເວົ້າ​ເຖິງ​ເລື້ອງ​ເຫຼົ່ານີ້.

​ໃນ​ຄຳ​ປາ​ໄສ​ ຕໍ່ບໍລິສັດ​ຫຼັກຊັບ Goldman Sachs ​ໃນ​ປີ 2013 ທ່ານນາງ Clinton ກ່າວ​ວ່າ ຖ້າ​ເກົາຫຼີ​ເໜືອ​ຫາກ​ສາມາດ​ ຜະລິດລູກ​ສອນ​ໄຟ​ຂີ​ປະນາວຸດ​ຂ້າມ​ທະວີບທີ່​ບັນທຸກອາ ວຸດ​ນິວ​ເຄລຍ​ໄດ້ ມັນ​ຈະ​ເປັນ​ໄພ​ຂົ່ມຂູ່ ​ບໍ່​ພຽງ​ແຕ່ ​ຕໍ່​ພັນທະ​ມິດ​ຂອງ​ສະຫະລັດ​ ໃນ​ເຂດ​ເອ​ເຊຍ​ເທົ່າ​ນັ້ນ ແຕ່​ຍັງ​ຈະ​ຂົ່ມຂູ່​ຕໍ່​ແຜ່ນດິນ​ໃຫຍ່​ສະຫະລັດ​ນຳ​ດ້ວຍ.

ທ່ານ​ນາງ Clinton ກ່າວ​ວ່າ “ພວກ​ເຮົາ​ຈະ​ອ້ອມ​ຈີນ​ດ້ວຍ​ລະບົບ​ຕໍ່ຕ້ານ​ລູກ​ສອນ​ໄພ. ພວກ​ເຮົາ​ຈະ​ສົ່ງ​ກຳປັ່ນຂອງ​ພວກ​ເຮົາ​ໄປ​ຍັງ​ຂົງເຂດ​ ດັ່ງນັ້ນຈີນ ຈຶ່ງ​ຄວນ​ຄວບ​ຄຸມ​ພວກ​ເຂົາ ຫລື​ວ່າ​ພວກ​ເຮົາ​ຈະ​ຕ້ອງໄດ້ປ້ອງ​ກັນພວກ​ເຂົາ​.”

ການອ້າງກຳມະສິດຢູ່ທະເລຈີນໃຕ້

ໃນ​ຄຳ​ປາ​ໄສ​ຢູ່​ບ່ອນ​ນຶ່ງ​ອີກ ທ່ານ​ນາງ Clinton ຍັງ​ຈື່​ໄດ້​ວ່າ​ທ່ານນາງ​ໄດ້​ອອກຄຳ​ເຕືອນຕໍ່​ຄູ່​ຕຳ​ແໜ່​ງຝ່າຍ​ຈີນຢ່າງແຈ້ງໆ ກ່ຽວ​ກັບ​ການ​ອ້າງເອົາກຳມະສິດ ​ຂອງ​ປັກ​ກິ່ງ ​ຢູ່​ທະ​ເລ​ຈີນ​ໃຕ້ ຊຶ່ງ​ທ່ານ​ນາງ​ໄດ້​ກ່າວ ​ຕໍ່​ພວກ​ເຂົາ​ເຈົ້າວ່າ “ພວກ​ທ່ານ​ບໍ່​ໄດ້ອ້າງ​ເອົາ​ກຳມະສິດ​ທັງ​ໝົດ​ເລີຍ​ຕີ້.”

ການ​ໃຫ້​ຄວາມ​ເຫັນ​ເຫລົ່ານີ້ ບໍ່​ໄດ້​ເປັນ​ການ​ເປີດ​ເຜີຍທີ່​ສ້າງ​ຄວາມ​ປະຫຼາດ​ໃຈ​ຫຍັງ​ຫຼາຍ. ມັນ​ບໍ່​ໄດ້​ເປັນຄວາມ​ລັບ​ເລີຍທີ່​ວ່າ​ອະດີດ​ລັດຖະມົນຕີ​ການ​ຕ່າງປະເທດ​ທ່ານ​ນີ້​ແມ່ນ​ມີ​ທ່າ​ ທີ​ທີ່ແຂງ​ຂັນຕໍ່​ຈີນ​ກວ່ານາຍເກົ່າຂອງທ່ານນາງ ຄື​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ເສຍ​ອີກ. ​ແຕ່​ກໍບໍ່​ໄດ້​ເປີດ​ເຜີຍ​ໃຫ້​ເຫັນ​ກ່ຽວ​ກັບ​ຈຸດລະເບີດທີ່​ຈະ​ເກີດ​ບັນຫາ​ບ່ອນ​ທີ່​ຄວາມ​ເຄັ່ງ​ຕຶງ​ຍັງ​ມີ​ຢູ່​ກັບ​ຈີນ​ ​ແລະ​ອາດ​ຈະ​ຊຸດ​ໂຊມລົງ​ຕື່ມ ​ພາຍ​ໃຕ້​ການ​ເປັນ​ປະທານາທິບໍດີ​ ຂອງ​ທ່ານ​ນາງ Clinton ທີ່​ອາດ​ເປັນ​ໄປ​ໄດ້​ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ