ການໂຈມຕີ ສະຫຼະຊີບ ຢູ່ ອັຟການິສຖານ ສັງຫານ 35 ຄົນ ແລະຫຼາຍກວ່າ 100 ຄົນ ບາດເຈັບ

ຜູ້ຄົນພວມແລ່ນໄປລີ້ ຫລັງຈາກເກີດເຫດລະເບີດ ທີ່ເມືອງ Jalalabad (18 ເມສາ 2015)

ອົງການໃຫ້ຄວາມຊ່ອຍເຫລືອຂອງສະຫະປະຊາຊາດ ໃນອັຟກາ
ນິສຖານຫລື UNAMA ໄດ້ປະນາມການໂຈມຕີສະຫຼະຊີບໃນວັນ
ເສົາມື້ນີ້ ທີ່ໄດ້ສັງຫານ 35 ຄົນແລະມີຜູ້ບາດເຈັບອີກຫລາຍກວ່າ
100 ຄົນ.

ອົງການ UNAMA ກ່າວວ່າ ການສືບຕໍ່ໃຊ້ການໂຈມຕີສະຫຼະຊີບ
ໃສ່ບໍລິເວນທີ່ມີຜູ້ຄົນອາໄສຢູ່ຢ່າງໜາແໜ້ນນັ້ນແມ່ນເທົ່າກັບເປັນ ການກໍ່ອາຊະຍາກຳສົງຄາມ. ຖະແຫລງການຍັງຮຽກຮ້ອງໃຫ້ ທຳ ການລົງໂທດໃນທັນທີຕໍ່ພວກທີ່ຮັບຜິດຊອບ.

ທ່ານ Fazal Ahmad Shirzad ຜູ້ບັນຊາການຕຳຫຼວດແຂວງ
Nangarhar ກ່າວຕໍ່ ພວກນັກຂ່າວວ່າ ການໂຈມຕີດັ່ງກ່າວ ມີຂຶ້ນໃນວັນເສົາມື້ນີ້ ຢູ່ນອກ ທະນາຄານແຫ່ງນຶ່ງໃນເມືອງ Jalalabadບ່ອນທີ່ພະນັກງານລັດຖະບານໄປຮັບເອົາເງິນ ເດືອນ.

ຜູ້ທີ່ເຫັນເຫດການຄົນນຶ່ງ ກ່າວວ່າ ຂ້ອຍຊື່ Njibullah “ຂ້ອຍເປັນປະຊາຊົນໃນເມືອງ Ja-
lalabad. ຂ້ອຍຫາກໍມາແຕ່ນະຄອນຫລວງກາບູລ ຫາກໍລົງຈາກລົດ ເວລາລະເບີດແຕກ ຂຶ້ນໃນວັນເສົາມື້ນີ້ ແລະນັ້ນແມ່ນຕິດຕາມດ້ວຍເຫດລະເບີດອີກເທື່ອນຶ່ງ. ເວລາຂ້ອຍມາ ຮອດທີ່ນີ້ ຂ້ອຍໄດ້ເຫັນຫລາຍໆຄົນເສຍຊີວິດ ແລະໄດ້ຮັບບາດເຈັບ ແລະຂ້ອຍກໍຊ່ອຍ ເຂົາເຈົ້າ ນັ້ນຄືສິ່ງທີ່ຂ້ອຍສາມາດເຮັດໄດ້ ເພື່ອຊ່ອຍເພື່ອນຮ່ວມຊາດຂອງຂ້ອຍ.”

ກຸ່ມທາລີບານ ໄດ້ປະຕິເສດວ່າ ຕົນບໍ່ແມ່ນຜູ້ຮັບຜິດຊອບ ໃນການວາງລະເບີດຄັ້ງນີ້ແລະ ເອີ້ນການກະທຳດັ່ງກ່າວວ່າ ເປັນການກະທຳທີ່ຊົ່ວຮ້າຍ.

Your browser doesn’t support HTML5

Afghanistan Blast