ການແຂ່ງຂັນເຕະບານໂລກ ຈະຖືກຕັດລົງໃຫ້ເຫລືອແຕ່ພຽງແປດ
ທິມ ໃນວັນອັງຄານມື້ນີ້ ທີ່ປະເທດບຣາຊິລ ໂດຍຈະມີສອງຄູ່ແຂ່ງ
ຂັນກັນ ເພື່ອຍາດເອົາບ່ອນສຸດທ້າຍ ທີ່ຈະເຂົ້າໄປຫລິ້ນໃນຮອບ
ແປດທິມ.
ຢູ່ທີ່ເມືອງ Sao Paulo ນັກເຕະບານ Lionel Messi ຈະນຳພາ
ອາເຈັນຕີນາ ທີ່ບໍ່ເຄີຍເສຍໄຊມາກ່ອນ ລົງແຂ່ງກັບສະວິສເຊີແລນ ໂດຍທີ່ລາວສາມາດຍິງໄດ້ 4 ປະຕູຂອງຈຳນວນທັງໝົດ 6 ຂອງ
ທີມອາເຈັນຕິນາໃນການແຂ່ງຂັນເຕະບານ ປີນີ້. ສະວິສເຊີແລນ
ຈະໃຊ້ Xherdan Shaqiri ຜູ້ທີ່ຍິງປະຕູໄດ້ສາມເທື່ອໃນ ການແຂ່ງຂັນເທື່ອສຸດທ້າຍຢູ່ໃນກຸ່ມ.
ການແຂ່ງຂັນ ເຕະບານໂລກ
ໃນເວລາຕໍ່ມາ ຢູ່ທີ່ເດີ່ນເມືອງ Salvador ສະຫະລັດ ຈະປະເຊີນໜ້າກັບແບລ ຢ້ຽມ ທີ່ໄດ້
ຊະນະທຸກໆທີມຢູ່ໃນກຸ່ມຂອງຕົນ ແຕ່ບໍ່ໄດ້ເຮັດຄະແນນໃນການແຂ່ງ ຂັນເຫລົ່ານັ້ນ ຈົນເທົ່າ
ພາຍໃນ 20 ນາທີສຸດທ້າຍຂອງການແຂ່ງຂັນ.
ທີມອາເມຣິກັນ ຈະໄດ້ຮັບແຮງສົມທົບເພີ້ມຕື່ມ ຈາກດາຣາກອງໜ້າ Jozy Altidore ຜູ້ທີ່ໄດ້
ຮັບບາດເຈັບ ໃນການເປີດແຂ່ງຂັນຂອງທີມ ທີ່ໄດ້ຊະນະ ແລະໄດ້ຮັບອະນຸຍາດຈາກໝໍແລ້ວ
ໃຫ້ລົງຫລີ້ນໄດ້ໃນວັນອັງຄານມື້ນີ້.
Your browser doesn’t support HTML5
CN-Mixed Opinions About World Cup Impact on Brazilian Economy
ໃນວັນຈັນວານນີ້ ຝຣັ່ງ ແລະເຢຍຣະມັນ ໄດ້ມີສິດເຂົ້າໄປຫລິ້ນໃນຮອບແປດທິມແລ້ວ ໂດຍ
ທີ່ຝຣັ່ງໄດ້ຊະນະໄນຈີເຣຍ 2 ປະຕູຕໍ່ 0 ແລະເຢຍຣະມັນ ໄດ້ຊະນະ ອາລຈີເຣຍ 2 ປະຕູຕໍ່ 1. ຝຣັ່ງ ຈະສູ້ກັບເຢຍຣະມັນ ໃນຮອບແປດທີມ ໃນວັນສຸກຈະມາເຖິງນີ້ ທີ່ເດີ່ນນະຄອນ Rio
de Janeiro.
ບຣາຊິລ ແລະໂຄລອມເບຍ ຈະປະເຊີນໜ້າກັນ ໃນການແຂ່ງຂັນຮອບແປດທິມຂອງອີກຄູ່ນຶ່ງ
ໃນວັນສຸກຈະມາເຖິງນີ້. ໃນວັນເສົາ ຄອັສຕາຣິກາ ຈະຫລີ້ນກັບ ເນເທີແລນ ແລະຜູ້ຊະນະທັງ
ສອງຈາກການແຂ່ງຂັນໃນວັນອັງຄານ ຈະເປັນອີກ ຄູ່ນຶ່ງທີ່ປະເຊີນໜ້າກັນ.
Your browser doesn’t support HTML5
CN- A Look at Penalty Kicks Through Scientists’ Eyes