ວີດີໂອ ພາສາລາວ: ‘Smart’ Spoon ຊ່ວຍໃຫ້ ຄົນເປັນໂຣກ Parkinson's ກິນອາຫານເອງ ໄດ້ງ່າຍຂຶ້ນ
Your browser doesn’t support HTML5
ບັນຫາໃຫຍ່ຫລວງຢ່າງນຶ່ງ ໃນຫລາຍໆຢ່າງ ສໍາລັບພວກຄົນທີ່ເປັນໂຣກ Parkinson’s
ກໍຄືຄວາມລໍາບາກ ໃນການທີ່ຈະກິນອາຫານດ້ວຍຕົນເອງໄດ້ ຍ້ອນອາການສັ່ນຫລືກະຕຸກ
ຂອງພະຍາດດັ່ງກ່າວ. ແຕ່ວ່າ ຕົວຊ່ວຍກໍາລັງຈະມາເຖິງ ໃນຮູບຂອງອັນທີ່ເອີ້ນວ່າ
“smart” spoon ຫລື ບ່ວງສະຫລາດ.