ນັກເຄື່ອນໄຫວ ໄທ ຕິດຄຸກ 2 ປີ ຖານ ໝິ່ນປະໝາດ ກະສັດ

ທ່ານ​ສົນທິ ລິ້ມທອງ​ກຸລ​ ​ໄດ້​ລະ​ເມີດກົດໝາຍ​ໝິ່ນປະໝາດ​ກະສັດຂອງ​ໄທ

ຜູ້​ກໍ່​ຕັ້ງ​ຂະ​ບວນການ​ນິຍົມ​ກະສັດ ​ໃນ​ປະ​ເທດ​ໄທ ​ໄດ້​ຖືກຕັດສິນ
​ລົງໂທດ​ຕິດ​ຄຸກ​ສອງ​ປີ ​ໃນ​ຖານ ເວົ້າ​ຊໍ້າ​ຄືນຄຳ​ເວົ້າ ທີ່​ຖື​ວ່າ ໝິ່ນ
ປະໝາດຕໍ່ກະສັດນັ້ນ.

ໃນ​ວັນ​ອັງຄານມື້​ນີ້ ຜູ້​ພິພາກສາ​ຄົນ​ນຶ່ງ ໄດ້​ພົບ​ເຫັນ​ວ່າ ທ່ານ​ສົນ
ທິ ລິ້ມທອງ​ກຸລ​ ​ໄດ້​ລະ​ເມີດກົດໝາຍ​ໝິ່ນປະໝາດ​ກະສັດຂອງ​ໄທ
ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງ ​ໂດ​ຍ ອ້າງ​ຄໍາ​ຖະ​ແຫລ​ງ ນັກ​ການ​ເມືອງ​ຄົນ
​ນຶ່ງ​ທີ່​ເປັນ​ຂູ່​ແຂ່ງ​.

ທ່ານສົນທິ​ເປັນ​ຜູ້​ກໍ່​ຕັ້ງຂະ​ບວນການ​ນິຍົມ​ກະສັດ “​ເສື້ອ​ເຫຼືອງ” ຊຶ່ງການ​ປະທ້ວງ ໃນ​ລະຫວ່າງ​ປີ 2005 ຫາ 2008 ​ໄດ້​ຊ່ວຍ​ຂັບ​ໄລ່ອະດີດນາຍົກລັດຖະມົນຕີທັກ ສິນ ຊິນນະ​ວັດ.

ອະດີດມະຫາ​ເສດຖີສື່​ມວນ​ຊົນ​ ​ໄດ້ມີ​ການ​ອ້າງ​ຄໍາ​ຖະ​ແຫລ​ງຂອງ​ນັກ​ເຄື່ອນ​ໄຫວ “​ເສື້ອ​ແດງ” ນາງ Daranee Chamchoengsilpakul ຜູ້​ທີ່​ຖືກ​ຕິ​ດຄຸກ 15 ປີ ​ໃນ​ຄໍາ​ກ່າວ​ຂອງລາວ.

ທ່ານສົນທິ ​ໄດ້​ໂຕ້​ຖຽງ​ວ່າ ລາວ​ພຽງ​ແຕ່ພະຍາຍາມນໍາພາ ຢາກ​ບອກ​ໃຫ້​ຕຳ ຫຼວດຮູ້ກ່ຽວ​ກັບ​
ຄຳ​ຖະ​ແຫຼງຂອງ​ຄູ່​ປໍລະ​ປັກ​ທ່ານ. ຜູ້​ພິພາກສາ​ຕັດສິນ​ວ່າ ບໍ່ມີ​ຄວາມ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ເຮັດ
ແບບ​ນັ້ນ. ທ່ານ​ສົນທິ ​ໄດ້​ຖືກປະກັນ​ໂຕ​ອອກ​ມາ​ແລະ​ຈະ​ຂໍ​ອຸທອນ​ຕໍ່​ການ​ຕັດສິນ​ນີ້.