ສະຫະລັດຈະຊ່ວຍເສີມສ້າງ ກອງທັບໃນເອເຊຍອາຄະເນ

Your browser doesn’t support HTML5

ເມື່ອທ້າຍເດືອນສິງຫາຜ່ານມານີ້ ທ່ານ Chuck Hagel ລັດຖະມົນຕີປ້ອງກັນປະເທດສະຫະລັດ ໄດ້ໄປຢ້ຽມຢາມ ຂົງເຂດເອເຊຍຕາເວັນອອກສຽງໃຕ້ ໃນຄວາມພະຍາຍາມ ເພື່ອເສີມສ້າງຄວາມເຂັ້ມແຂງ ​ໃຫ້ແກ່ຄວາມສໍາພັນດ້ານ ການທະຫານກັບບັນດາປະເທດພາຄີ ແລະພັນທະມິດ ຕໍ່ໜ້າອິດທິພົນທີ່ກໍາລັງເຕີບໃຫຍ່ຂຶ້ນໄປເລື້ອຍໆຂອງ ຈີນ ຢູ່ໃນຂົງເຂດດັ່ງກ່າວ ​ແລະເພື່ອເຂົ້າຮ່ວມກອງ ປະຊຸມຂອງຄະນະລັດຖະມົນຕີປ້ອງກັນປະເທດຂອງ ສະມາຄົມອາຊ່ຽນ ທີ່ປະເທດ ບຣູໄນ.