ປະຊາຊົນມຽນມາ ຖືກຍຶດເອົາທີ່ດິນ ຍ້ອນການພັດທະນາ

Your browser doesn’t support HTML5

ການເປີດກວ້າງທາງດ້ານການເມືອງ ແລະເສດຖະກິດ ຂອງມຽນມາ ຍັງຜົນ ເຮັດໃຫ້ພວກນັກລົງທຶນຕ່າງປະເທດ ພາກັນຫຼັ່ງໄຫຼເຂົ້າໄປລົງທຶນກັນຢ່າງໃຫຍ່ແລະໄດ້ກະຕຸ້ນ ການຊື້ຂາຍທີ່ດິນກັນຢ່າງຄຶກຄັກ. ແຕ່ຊາວມຽນມາຫລາຍ ຄົນເກີດຄວາມຮູ້ສຶກວ່າ ພວກເຂົາເຈົ້າບໍ່ໄດ້ຮັບຄ່າຊົດເຊີຍ ທີ່ດິນຂອງພວກຕົນໄດ້ ໃນລາຄາທີ່ຍຸຕິທໍາ.