ຫ້ອງຮຽນພາສາອັງກິດ ESL ເຄື່ອນທີ່
Your browser doesn’t support HTML5
ພວກຄົນເຂົ້າເມືອງ ແລະອົບພະຍົບທີ່ມາເຖິງສະຫະລັດ
ມັກຈະພົບຄວາມຫຍຸ້ງຍາກໃນການປັບຕົວເຂົ້າກັບແບບ
ແຜນດໍາລົງຊີວິດທີ່ຕ້ອງມີການເດີນທາງໃນປະເທດນີ້.
ມີແຕ່ຕົວເມືອງໃຫຍ່ທີ່ສຸດຂອງອາເມຣິກາເທົ່ານັ້ນ ທີ່ມີ
ລະບົບຂົນສົ່ງຂອງສາທາລະນະ ພຽງພໍກັບຄວາມຕ້ອງ
ການຂອງປະຊາຊົນ. ຢູ່ໃນຫລາຍຊຸມຊົນ ແມ່ນຈໍາເປັນ
ຕ້ອງມີລົດ ເພື່ອຈະໄປໂຮງຮຽນ, ໄປຊື້ເຄື່ອງ ແລະໄປ
ເຮັດວຽກເຮັດການໄດ້. ເພື່ອໃຫ້ສາມາດສອບຜ່ານເອົາໃບຂັບຂີ່ລົດໄດ້ພວກຄົນເຂົ້າເມືອງອາດຈະຕ້ອງ
ໄດ້ເວົ້າແລະເຂົ້າໃຈພາສາອັງກິດ. ແຕ່ວ່າການທີ່ຈະ
ໄປຫາຫ້ອງຮຽນພາສາອັງກິດທີ່ຢູ່ສົ້ນນຶ່ງອີກຂອງຕົວ
ເມືອງນັ້ນ ກໍຕ້ອງມີລົດແລະໃບຂັບຂີ່ຈຶ່ງຈະຂັບລົດໄດ້.
ວີໂອເອມີລາຍງານກ່ຽວກັບການໃຊ້ຫ້ອງຮຽນເຄື່ອນທີ່
ເພື່ອແກ້ໄຂບັນຫາດັ່ງກ່າວ ຢູ່ໃນເມືອງ Nashville.