ໄຕ້ຫວັນສະແດງ ອາວຸດທັນສະໄໝ ຫລ້າສຸດ
Your browser doesn’t support HTML5
ສະຫະລັດໄດ້ຢືນຢັນວ່າ ຕົນຈະສືບຕໍ່ຂາຍອາວຸດຍຸດໂທ
ປະກອນໃຫ້ແກ່ ໄຕ້ຫວັນຕໍ່ໄປ ພ້ອມກັບປະຕິເສດຕໍ່ລາຍ
ງານຂ່າວທີ່ເວົ້າວ່າ ເຈົ້າໜ້າທີ່ສະຫະລັດແລະຈີນ ອາດຈະ
ປຶກສາຫາລືກັນ ເລື້ອງການປ່ຽນແປງທີ່ອາດເປັນໄປໄດ້
ຕໍ່ນະໂຍບາຍຂາຍອາວຸດໃຫ້ໄຕ້ຫວັນນັ້ນ. ໃນລະຫວ່າງ
ດຽວກັນນີ້ ໄຕ້ຫວັນກໍໄດ້ນໍາສະແດງເທັກໂນໂລຈີ່ໃໝ່ລ່າ
ສຸດທາງທະຫານຂອງ ຕົນ ຊຶ່ງມີໂຮມທັງລົດຫຸ້ມເກາະທີ່
ປະຕິບັດງານໃນທຸກໆສະພາບຂອງໜ້າດິນ, ພ້ອມດ້ວຍ
ອຸບປະກອນຍິງລູກສອນໄຟທີ່ຕິດຕັ້ງໂທລະສັບສະຫຼາດ
ຫຼືໄອໂຟນ ແລະເຮືອບິນບໍ່ມີຄົນຂັບໃໝ່ລໍານຶ່ງ.