ພວກນາຍຄູ​ ຫຼາຍ​ພັນ​ຄົນ​ ໃນ​ປະ​ເທດ Mexico ປະທ້ວງ ລັດຖະບານ (ວີດີໂອ)

Your browser doesn’t support HTML5

ການປະທ້ວງຂອງບັນດາຄູ ໃນ Mexico

ພວກນາຍຄູ​ຫຼາຍ​ພັນ​ຄົນ​ໃນ​ປະ​ເທດ Mexico ພາກັນ​ປະ​ທ້ວງ
​ຕໍ່​ນະ​ໂຍບາຍການ​ປະຕິ​ຮູບ​ຂອງລັດຖະບານ ທີ່​ອາດ​ພາ​ໃຫ້
​ພວກ​ເຂົາ​ເຈົ້າ​ຕົກ​ງານໄດ້ນັ້ນ.

ການເດີນ​ຂະ​ບວນ​ປະ​ທ້ວງ​ໄດ້ຍືດ​ເຍື້ອ​ມາ​ເປັນ​ເວລາ​ອາທິດ​
ນຶ່ງ​ແລ້ວ ​ໃນ​ວັນ​ພຸດ​ວານ​ນີ້ ທີ່​ລົບ​ກວນ​ການ​ເດີນທາງ ສັນຈອນ​
ໄປ​ມາ ໃນ​ນະຄອນຫຼວງ​ Mexico City.

ສະຫະພັນ​ຄູ ຄັດຄ້ານ​ຕໍ່​ການ​ທີ່ລັດຖະບານທີ່​ອອກ​ກົດໝາຍ​ບັງຄັບ​ ​ໃຫ້​ບັນດາ​ຄູ​ສອບ​ເສັງ​ ​ອັນ​ທີ​ເອີ້ນ​ກັນ​ວ່າ “ຂໍ້​ສອບ​ມາດຕະຖານ” ​ເພື່ອ​ວັດ​ແທກຄວາມ​ຮູ້ ຄວາມ​ສາມາດຂອງ​ພວກ​ຄູ.

ພວກ​ຄູ​ທັງຫຼາຍ​ກ່າວ​ວ່າ ຄວາມ​ເຫັນ​ຈາກ​ທາງ​ພວກ​ພໍ່​ແມ່​ແລະ​ພວກ​ເດັກ​ນັກ​ຮຽນ​ນັ້ນ ​ຄວນ​ຈະ​ນໍາ​ມາ​ປະກອບ​ສ່ວນ​ໃນ​ຂັ້ນຕອນ​ຂອງ​ການປະຕິ​ຮູບ​ດັ່ງກ່າວ​ນີ້​ນໍາ.

ລັດຖະບານ ກ່າວ​ວ່າ ພວກ​ຄູ​ທັງຫຼາຍ​ທີ່​ສອບ​ບໍ່​ຜ່ານ​ນັ້ນ ຈະ​ຖືກ​ຍ້າຍ ໃຫ້ໄປເຮັດຢູ່​ຂ້າງ​ນອກ​ຫ້ອງ​ຮຽນ.


Thousands of school teachers in Mexico are protesting a government reform policy that may cost them their jobs.

The demonstrations reached the one-week mark on Wednesday, disrupting travel around the capital, Mexico City.

The teachers' union opposes a government requirement of a standardized test to measure a teacher's competency.

Teachers say evaluations from parents and students should be included in the process.

The government says teachers who fail the test will be reassigned work outside the classroom.