Google, Facebook ແລະ Microsoft ຢາກໃຫ້ມີຄວາມໂປ່ງໃສ ເພີ້ມຂຶ້ນ

Your browser doesn’t support HTML5

Google, Facebook ແລະ Microsoft ຢາກໃຫ້ລັດຖະບານຂອງທ່ານໂອບາມາ ອະນຸຍາດໃຫ້ພວກເຂົາເຈົ້າເປີດເຜີຍລາຍລະອຽດກ່ຽວກັບຄໍາສັ່ງຂອງສານລັດຖະບານ ກາງ ທີ່ບອກໃຫ້ບໍລິສັດທັງສາມມອບຂໍ້ມູນກ່ຽວກັບຜູ້ຊົມໃຊ້ບໍລິການຂອງພວກເຂົາເຈົ້າ ແກ່ບັນດາອົງການສືບລັບຂອງສະຫະລັດ.