ເຮືອບິນຂອງ​​ເນ​ປາລ ​ປະສົບ ອຸບປະຕິເຫດ (ວີດິໂອ)

ພວກກູ້ໄພເນປາລກັບຄົນອື່ນໆ ພາກັນຢືນເບິ່ງ ຊາກເຮືອບິນ ທີ່ແລ່ນເຈືອກໄປຕົກລົງໃສ່ ແຄມແມ່ນໍ້າ Kaligandaki ທີ່ເມືອງ Jomsom, ປະມານ 200 ຫຼັກ (125 ໄມລ໌) ທາງກໍ້າ ຕາເວັນຕົກສຽງເໜືອ ຂອງນະຄອນຫລວງ Katmandu, ວັນພະຫັດ ທີ 16 ພຶດສະພາ 2013.

ເຮືອບິນຂອງ​ສາຍ​ການບິນ​ເນ​ປາລລໍາ​ນຶ່ງ​ໄດ້​ປະສົບອຸບປະຕິ
ເຫດ ຂະນະ​ລົງ​ຈອດຢູ່​ເດິ່ນ​ບິນ​ເທິງ​ພູ​ແຫ່ງ​ນຶ່ງ ໃນພາກເໜືອ
ຂອງ​ປະ​ເທດເນປາລ ໃນເຊົ້າວັນພະຫັດວານນີ້ ທີ່ພາໃຫ້ມີ
ຄົນເຈັບ 21 ຄົນ ທີ່ນັ່ງໄປກັບເຮືອບິນລໍານັ້ນ ຊຶ່ງຮວມທັງນັກ
ທ່ອງທ່ຽວຊາວຍີ່ປຸ່ນ ຫລາຍ​ຄົນ.

ເຈົ້າໜ້າທີ່ກ່າວວ່າ ມີຢ່າງນ້ອຍ 4 ຄົນ ທີ່​ກໍາລັງ​ໄດ້​ຮັບ​ການປິ່ນປົວຍ້ອນບາດເຈັບສາຫັດ.

​ລາຍ​ງານ​ຂ່າວ​ອ້າງ​ຄໍາ​ເວົ້າ​ຂອງຕໍາຫຼວດ ທີ່​ກ່າວວ່າ ຄັນຫ້າມຫລື​ເບຣກຂອງເຮືອບິນເກີດ
​ຕິດ​ຂັດ ບໍ່ເຮັດວຽກ ພາໃຫ້ເຮືອບິນ​ແລ່ນ​ເຈືອກ​ອອກ​ນອກ runway ຫລື​ທາງ​ແລ່ນແລະ
ຕົກ​ໃສ່​ແຄມ​ຝັ່ງແມ່ນໍ້າ Kali Gandaki ທາງ​ກໍ້າຕາເວັນຕົກສຽງເໜືອຂອງນະຄອນຫຼວງ
Katmandu.

ອຸບປະຕິເຫດເຮືອບິນອີກ​ລໍາ​ນຶ່ງຕົກ ຂະນະທີ່ພະຍາຍາມລົງຈອດຢູ່​ເດິ່ນບິນ​ແຫ່ງ​ດຽວ​ກັນນີ້ ​
ເມື່ອເດືອນພຶດສະພາ ປີ​ກາຍນີ້ ໄດ້​ເຮັດ​ໃຫ້ 15 ຄົນ ​ເສຍ​ຊີວິດ.

Your browser doesn’t support HTML5

Nepal Crash