ການຄ້າຍັງຄຶກຄັກ ຢູ່ເມືອງຊາຍແດນຈີນ ຕິດກັບເກົາຫລີເໜືອ
Your browser doesn’t support HTML5
ຄວາມສໍາພັນອັນໃກ້ຊິດຂອງຈີນກັບເກົາຫຼີເໜືອ
ແມ່ນແລເຫັນໄດ້ຢ່າງຊັດເຈນທີ່ສຸດ ຢູ່ໃນຫຼາຍໆ
ຫົວເມືອງໃຫຍ່ແລະນ້ອຍ ທີ່ຕັ້ງຢູ່ເລາະເຂດຊາຍ
ແດນຂອງປະເທດທັງສອງ ບ່ອນທີ່ການຄ້າຂາຍ
ສອງຝ່າຍຢ່າງຄຶກຄັກ ພວກຄົນງານຕ່າງດ້າວ
ຊາວເກົາຫຼີເໜືອ ແລະທຸລະກິດການທ່ອງທ່ຽວ
ເປັນຫຼັກຖານຊີ້ໃຫ້ເຫັນເຖິງຄວາມສໍາພັນກັນ
ທີ່ອົບອຸ່ນ. ຕົວຢ່າງໃນເມືອງຊາຍແດນ Yanji
ຂອງແຂວງ Jilin ທີ່ບໍ່ມີທາງອອກສູ່ທະເລ ຢູ່
ທາງພາກເໜືອຂອງຈີນນັ້ນ ຫຼາຍໆຄົນແມ່ນມີ
ຄວາມກະຕືລືລົ້ນ ຢາກຈະເຫັນສະພາບການ
ທີ່ສະຫງົບກ່ວາເວລານີ້ ຢູ່ໃນແຫຼມເກົາຫຼີນັ້ນ.