ໜັງສືພິມເອກກະຊົນ ໃນມຽນມາ ໄດ້ຮັບອະນຸຍາດ ໃຫ້ພິມເຜີຍແຜ່ແລ້ວ
Your browser doesn’t support HTML5
ໜັງສືພິມ 16 ສະບັບຂອງມຽນມາ ທີ່ໄດ້ຮັບ
ອະນຸຍາດໃຫ້ດໍາເນີນກິດຈະການໄດ້ ເລີ້ມແຕ່
ວັນທີ 1 ເມສາ ຜ່ານມານີ້ ແມ່ນເປັນໜັງສືພິມ
ລາຍວັນເອກກະຊົນ ທີ່ໄດ້ຮັບອະນຸຍາດໃຫ້
ເລິ່ມບໍລິການພິມອອກຈໍານ່າຍໃນມຽນມາໄດ້
ໃນໄລຍະເກືອບ 50 ປີ ແຕ່ເຫດການສໍາຄັນ
ນີ້ ມີຂຶ້ນທ່າມກາງສຽງໂວຍວາຍ ກ່ຽວກັບກົດ
ໝາຍສື່ມວນຊົນຂອງມຽນມາ ທີ່ຮ່າງຂຶ້ນມາ
ໃໝ່ໆ ແລະຫາກໍເປີດເຜີຍໃຫ້ຮູ້ ຊຶ່ງບັນດານັກ
ວິຈານເວົ້າວ່າ ກົດໝາຍໃໝ່ທີ່ວ່ານີ້ ອາດເຮັດ
ໃຫ້ຄໍາໝັ້ນສັນຍາຂອງລັດຖະບານ ທີ່ຈະໂຍະ
ຍານອຸດສາຫະກໍາສື່ມວນຊົນ ທີ່ຖືກຄວບຄຸມ
ຢ່າງເຄ່ງຄັດມາດົນນານນັ້ນ ບໍ່ເປັນຄວາມຈິງ
ຂຶ້ນມາ.