ການສູ້ລົບກັນລະຫວ່າງກໍາລັງຂອງ ລັດຖະບານແລະຝ່າຍຕໍ່ຕ້ານ ເພີ້ມຄວາມຮຸນແຮງຂຶ້ນ ຢູ່ໃນເມືອງ Aleppo

Your browser doesn’t support HTML5

ກຸ່ມປົກປ້ອງສິດທິມະນຸດກຸ່ມນຶ່ງເວົ້າວ່າ ການສູ້ລົບກັນລະຫວ່າງກໍາລັງຂອງ ລັດຖະບານແລະຝ່າຍຕໍ່ຕ້ານ ໄດ້ເພີ້ມຄວາມຮຸນແຮງຂຶ້ນ ຢູ່ໃນເຂດຍຸດທະສາດເຂດນຶ່ງຂອງເມືອງ Aleppo, ຊຶ່ງເປັນສູນກາງການຄ້າຂອງປະເທດ ໂດຍທີ່ ລູກປືນໃຫຍ່ໄດ້ສັງຫານພົນລະເຮືອນ 4 ຄົນ ແລະບັງຄັບໃຫ້ອີກຫລາຍຄົນ ຕ້ອງອົບພະຍົບຫລົບໜີໄປ.