ກວາງໂຈ ແມ່ນປ່ອງຢ້ຽມ ສ່ອງເບິ່ງເສດຖະກິດ ແລະການປະຕິຮູບ ຂອງຈີນ

Your browser doesn’t support HTML5

ເມື່ອບໍ່ດົນມານີ້ ຈີນໄດ້ເລີ່ມ ເປີດບໍລິການລົດໄຟ ຄວາມໄວສູງ ທີ່ມີໄລຍະທາງຍາວທີ່ສຸດຂອງໂລກ ທີ່ເນັ່ງຈາກປັກກິ່ງ ສູນກາງການເມືອງໃນພາກເໜືອ ໄປຍັງເມືອງກວາງໂຈ ຊຶ່ງເປັນສູນກາງເສດຖະກິດ ສໍາຄັນທີ່ສຸດແຫ່ງນຶ່ງ ທາງພາກໃຕ້ຂອງຈີນ. ທັງລົດ ໄຟຄວາມໄວສູງ ແລະຄວາມໃຫຍ່ໂຕຂອງກວາງໂຈ ເມືອງຫລວງຂອງ​ແຂວງ​ກວາງຕຸ້ງ​ນັ້ນ ຖືວ່າເປັນປະຕູ ໃຫຍ່ ໄປສູ່ການທ້າທາຍທາງເສດຖະກິດອັນໃຫຍ່ຫຼວງ ທີ່ຄະນະນໍາພາ​ຊຸດໃໝ່ຂອງຈີນກໍາລັງປະເຊີນ ຢູ່ໃນ ຂະນະນີ້.