ການຮ່ວມງານກັນ ລະຫວ່າງຈີນກັບຮອລລີວູດ ພາໃຫ້ມີການປ່ຽນແປງ ໃນທຸລະກິດຮູບເງົາ

Your browser doesn’t support HTML5

ຈີນໄດ້ກາຍເປັນຕະຫຼາດຮູບເງົາທີ່ໃຫຍ່ທີ່ສຸດ ອັນດັບສອງຂອງໂລກ ຕໍ່ຈາກອະເມຣິກາເໜືອ ແລະລາຍໄດ້ຈາກໂຮງສາຍຮູບ​ເງົາຕ່າງໆຂອງ ຈີນກໍເພິ່ມຂຶ້ນເຖິງ 30 ເປີເຊັນໃນແຕ່ລະປີ. ນອກນີ້ແລ້ວ ຈີນຍັງເສີມຂະຫຍາຍການລົງທຶນ ຮ່ວມໃນພາກສ່ວນການບັນເທີງກັບຕ່າງປະເທດ. ຜູ້ສື່ຂ່າວວີໂອເອ Mike O’Sullivan ລາຍງານ ວ່າ ນັ້ນໄດ້ສົ່ງຜົນໃຫ້ມີການປ່ຽນ ແປງໃນວິທີ ການທີ່ອຸດສາຫະກໍາຮູບເງົາ Hollywood ທໍາ ທຸລະກິດຂອງຕົນ.