ມູນເຊື້ອຂອງອະດີດ ລັດຖະມົນຕີ ຕ່າງປະເທດສະຫະລັດ ຮິລເລີຣີ ຄຼິນຕັນ
Your browser doesn’t support HTML5
ລັດຖະມົນຕີຕ່າງປະເທດ ຮິລແລຣີ ຄຼິນຕັນ ທີ່ພົ້ນຈາກຕໍາແໜ່ງ
ນັກການທູດ ອັນດັບສູງສຸດຂອງອະເມຣິກາ ເມື່ອວັນທີ 1 ກຸມພາ
ນັ້ນ ແມ່ນໄດ້ຖືກເບິ່ງເຫັນໂດຍມະຫາຊົນຊໍ້າແລ້ວຊໍ້າອີກວ່າ ເປັນ
ສະຕຣີທີ່ໜ້າຍົກຍ້ອງຊຶ່ນຊົມທີ່ສຸດຂອງໂລກ ອິງຕາມຜົນການ ສໍາຫຼວດໂດຍອົງການຢັ່ງຫາງສຽງມະຫາຊົນ Gallup ນັ້ນ.
Scott Stearns ຜູ້ສື່ຂ່າວວີໂອເອ ປະຈໍາກະຊວງຕ່າງປະເທດ
ສຶກສາເບິ່ງມູນເຊື້ອມໍລະດົກດ້ານນະໂຍບາຍ ຕ່າງປະເທດຂອງ
ທ່ານນາງຄຼິນຕັນ ແລະວ່າ ທ່ານນາງອາດຈະສະໝັກເລືອກຕັ້ງ
ເອົາຕໍາແໜ່ງປະທານາທິບໍດີໃນປີ 2016 ຫຼືບໍ່?