ນັກຮຽນແພດຊ່ວຍຮັກສາ ພວກຄົນທຸກ ຢູ່ກາງຖະໜົນນະຄອນລອສ ແອນຈີແລສ

Your browser doesn’t support HTML5

ບັນດານັກຮຽນແພດໃນລັດແຄລິຟໍເນຍ ກໍາລັງຫາປະສົບປະການ ຂອງໂລກ ແຫ່ງຄວາມເປັນຈິງ ໂດຍໃຫ້ການຊ່ວຍເຫຼືອແກ່ພວກຄົນ ທຸກຈົນ ໄຮ້ບ້ານຢູ່ອາໄສ ຫຼື Homeless ຢູ່ຕາມຖະໜົນຫົນທາງຂອງ ນະຄອນ Los Angeles ເມືອງໃຫຍ່ທີ່ສຸດຂອງລັດແຄລິຟໍເນຍ. Mike O’Sullivan ຜູ້ສື່ຂ່າວວີໂອເອ ລາຍງານວ່າ ພວກນັກຮຽນແພດເຫລົ່ານີ້ ກໍາລັງຊ່ວຍຖົມຊ່ອງຫວ່າງຂອງລະບົບການຮັກສາສຸຂະພາບ ໃນຂະນະ ດຽວກັນ ກໍຮຽນຮູ້ກ່ຽວກັບອາຊີບ ໃນອະນາຄົດຂອງພວກເຂົາເຈົ້າ.