ການເຜົາຕົນເອງຕາຍ ຂອງຊາວທິເບດ ໃນອາທິດນີ້

ທ່ານ Dorjee Rinchen ອາຍຸ 57 ປີ ໄດ້ເອົາໄຟເຜົາຕົນເອງຕາຍໃນວັນອັງຄານ 23 ຕຸລາ 2012

ທ່ານ Dorjee Rinchen ອາຍຸ 57 ປີ ໄດ້ເອົານໍ້າມັນຮວດໂຕເອງແລ້ວຈູດໄຟໃສ່ ເຜົາຕົນເອງ ຢູ່ນອກກອງ​ບັນ​ຊາ​ການທະຫານໃນເມືອງ Labrang ບໍ່ໄກ​ເທົ່າ​ໃດຈາກວັດ Labrang ເພື່ອປະທ້ວງຕໍ່ປົກຄອງຂອງຈີນ

ພາບທ່ານ Dorjee Rinchen ຈູດດໄຟໃສ່ ເຜົາຕົນເອງ ຢູ່ນອກກອງ​ບັນ​ຊາ​ການທະຫານໃນເມືອງ Labrang ບໍ່ໄກ​ເທົ່າ​ໃດຈາກວັດ Labrang ເພື່ອປະທ້ວງຕໍ່ປົກຄອງຂອງຈີນ

ພາບຖ່າຍໂດຍຊ່າງຖ່າຍພາບສະໝັກຫລິ້ນ ສະແດງໃຫ້ເຫັນວ່າ ຝູງຄົນໜາແໜ້ນຢືນ​ເບິ່ງ ທ່ານ Rinchen ຈູດຕົນເອງ ແລະພາກັນຫ້ອມລ້ອມສົບທີ່ຖືກເຜົາໄໝ້ຂອງທ່ານໄວ້ ເພື່ອບໍ່ໃຫ້ພວກເຈົ້າໜ້າທີ່ຈີນເຂົ້າມາເອົາໄປ ໃນວັນທີ 23 ຕຸລາ, 2012

ຊາວນາ ອາຍຸ 61 ປີ ທີ່ຢຸດທໍາງານແລ້ວ ຜູ້ນຶ່ງ ຊື່ Dhondup ​ໄດ້ເຜົາຕົນເອງຢູ່ໃກ້ວັດ Labrang ຄື​ກັນ ໃນວັນຈັນ ທີ 22 ຕຸລາ, 2012.

ພວກຊາວທິເບດພັດຖິ່ນ ທີ່ວັດທໍາມະສາລາ ທີ່ປະເທດອິນເດຍ ພາກັນໄຕ້ທຽນເພື່ອໄວ້ອາໄລແກ່ Dhondup ທີ່ເຜົາຕົນເອງຕາຍໃນວັນຈັນ ທີ 22 ຕຸລາ ຢູ່ໃກ້ວັດ Labrang ຢູ່ໃນແຂວງ Gansu, ຢູ່ພາກຕາເວັນຕົກສຽງເໜືອຂອງຈີນ (AP Photo/Ashwini Bhatia).