ເຫດລະເບີດຄັ້ງໃຫຍ່ ທີ່ນະຄອນເບຣຸດ ຂອງເລບານອນ

ຊາວມຸສລິມນິກາຍຊຸນນີ ຍົກແຜ່ນຜ້າທີ່ມີຮູບຂອງຫົວໜ້າສືບລັບ ທ່ານ Wissam al-Hassan ຂຶ້ນໃນເມືອງ Tariq al-Jadideh, ນະຄອນຫລວງເບຣຸດ, ໃນວັນທີ 20 ຕຸລາ, 2012.

ພວກປະທ້ວງພາກັນເດີນຂະບວນໄປຕາມຄຸ້ມ Achrafieh ນຶ່ງມື້ລຸນຫລັງ ເກີດເຫດລະເບີດຄັ້ງໃຫຍ່ ທີ່ໄດ້ສັງຫານຊີວິດຂອງນາຍພົນຈັດຕະວາ Wissam al-Hassan ແລະຢ່າງໜ້ອຍ 7 ຄົນ ໃນນະຄອນຫລວງເບຣຸດ, ໃນວັນທີ 20 ຕຸລາ, 2012.

ໃນວັນທີ 20 ຕຸລາ, 2012, ພວກປະທ້ວງພາກັນຫາມເອົາຕີນລົດໄປຕື່ມໃສ່ໄຟ ທີ່ໃຊ້ຕັນທາງ ເພື່ອປະທ້ວງຕໍ່ການເສຍຊີວິດຂອງນາຍພົນຈັດຕະວາ Wissam al-Hassan ໃນການໂຈມຕີດ້ວຍລະເບີດຫ້າງໃສ່ລົດ ທີ່ເມືອງ Sidon ທາງພາກໃຕ້ຂອງເລບານອນ.

ພວກຜູ້ຍິງພາກັນຍ່າງຜ່ານທາງສາຍນຶ່ງ ທີ່ຖືກຕັນໄວ້ດ້ວຍຖັງຂີ້ເຫຍື້ອໝ້ ທີ່ນໍາພາໂດຍພວກປະທ້ວງຊາວ  Sunni ທີ່ໂກດແຄ້ນຕໍ່ການຕໍ່ການເສຍຊີວິດຂອງນາຍພົນຈັດຕະວາ Wissam al-Hassan, ທີ່ກຸງເບຣຸດ ຂອງເລບານອນໃນວັນທີ 20 ຕຸລາ, 2012.

ພວກທະຫານເລບານອນ ແລະພະນັກງານຮັກສາຄວາມສະຫງົບ ຍ່າງຜ່ານເສດຫີນ ລຸນຫລັງເກີດລະເບີດ ໃນເຂດໃຈກາງກຸງເບຣຸດ ໃນວັນທີ 19 ຕຸລາ, 2012.

ນັກກູ້ໄພຜູ້ນຶ່ງ (ກາງ) ຊ່ວຍຜູ້ໄດ້ຮັບບາດເຈັບຜູ້ນຶ່ງ ໃນທີ່ເກີດເຫດລະເບີດ ໃນເຂດໃຈກາງກຸງເບຣຸດ ໃນວັນທີ 19 ຕຸລາ, 2012.

ພວກດັບເພີງມອດໄຟ ໃນທີ່ເກີດເຫດລະເບີດ ໃນເຂດໃຈກາງກຸງເບຣຸດ ໃນວັນທີ 19 ຕຸລາ, 2012.

ພວກກູ້ໄພ ແລະພົນລະເຮືອນພາກັນຫາມເອົາຜູ້ໄດ້ຮັບບາດເຈັບຜູ້ນຶ່ງ ອອກຈາກທີ່ເກີດເຫດລະເບີດ ໃນເຂດໃຈກາງກຸງເບຣຸດ ໃນວັນທີ 19 ຕຸລາ, 2012.

ພະນັກງານສະພາກາແດງເລບານອນ ແລະພວກປ້ອງກັນພົນລະເຮືອນ ພາກັນປະຕິບັດງານ ຢູ່ໃນທີ່ເກີດເຫດລະເບີດ ໃນເຂດໃຈກາງກຸງເບຣຸດ ໃນວັນທີ 19 ຕຸລາ, 2012.

ພວກທະຫານເລບານອນກວດກາເບິ່ງ ຕຶກອາຄານທີ່ໄດ້ຮັບຄວາມເສຍຫາຍ ຢູ່ໃນທີ່ເກີດເຫດລະເບີດ ໃນເຂດໃຈກາງກຸງເບຣຸດ ໃນວັນທີ 19 ຕຸລາ, 2012.

ພວກດັບເພີງມອດໄຟໃນຂະນະທີ່ລົດຖືກໄຟໄໝ້ ຢູ່ໃນທີ່ເກີດເຫດລະເບີດ ໃນເຂດໃຈກາງກຸງເບຣຸດ ໃນວັນທີ 19 ຕຸລາ, 2012.