ນັກການເມືອງໃນລັດແຄລິຟໍເນຍ ຢື່ນມືໄປຫາ ຊາວຕ່າງດ້າວ
Your browser doesn’t support HTML5
ຫົວເມືອງຕ່າງໆຂອງອະເມຣິກາ ໄດ້ດຶງດູດເອົາພວກຄົນຕ່າງດ້າວເຂົ້າມາ ຕັ້ງຖິ່ນຖານຈາກທົ່ວໂລກ ແລະຂະນະດຽວກັນ ພວກຄົນຕ່າງດ້າວເຫຼົ່ານັ້ນ ກໍນໍາເອົາການປ່ຽນແປງຫລາຍໆຢ່າງ ມາສູ່ຄຸ້ມບ້ານໃໝ່ຂອງພວກເຂົາເຈົ້າ. ເຊັ່ນໃນລັດແຄລິຟໍເນຍ ພວກຄົນຕ່າງດ້າວທີ່ເຂົ້າມາຢູ່ໃໝ່ ຈາກຂົງເຂດເອ ເຊຍ ແລະອະເມຣິກາລາຕິນ ໄດ້ນໍາເອົາລົດສະນິຍົມສາກົນມາສູ່ເຂດຮ່ອມພູ San Gabriel ທີ່ຕັ້ງຢູ່ກໍ້າຕາເວັນອອກຂອງນະຄອນ Los Angeles.