ແສງເດືອນ ຈັນທະວິໄຊ: ຄອຍບ່າວໜອງຄາຍ

ແສງເດືອນ ຈັນທະວິໄຊ

ສະບາຍດີທານຜູ້ຟັງທີ່ໜ້າຮັກທຸກໆທ່ານ ຄໍ່າຄືນນີ້ກໍເໝືອນກັບ
ທຸກໆຄັ້ງນັ້ນລະໃນລາຍການສຽງເພງຈາກແດນໄກ ທີ່ວັນນະ
ສອນໄດ້ສັນຫາເພງໃໝ່ໆ ເພງມ່ວນໆທັງທີ່ເຄີຍໂດງດັງໃນ
ອະດີດຈົນມາເຖິງເພງໃນສະໄໝປະຈຸບັນນີ້ ມາສະເໜີທ່ານ.
ເພງ “ຄອຍບ່າວໜອງຄາຍ” ທີ່ຈະຫຼິ້ນໃຫ້ຟັງຕໍ່ໄປນີ້ ເປັນຜົນງານ
ຂອງສາວສຽງໃສ ເປັນທັງນັກຮ້ອງ ເປັນທັງໝໍລໍາ ທີ່ມີລູກຄໍສຸດ
ຍອດ ແສງເດືອນ ຈັນທະວິໄຊ ຈາກສປປ ລາວ ຂໍຈັດມອບໃຫ້
ແດ່ ບ່າວໜອງຄາຍທັງຫຼາຍແລະວ່າ ຖ້າໄດ້ຟັງເພງນີ້ແລ້ວ
ກໍໃຫ້ຟ້າວກັບໄປໝັ້ນສາວທີ່ໄດ້ສັນຍາໄວ້.
ຂໍເຊີນມ່ວນຊື່ນກັບເພງ “ຄອຍບ່າວໜອງຄາຍ”ໄດ້ເລີຍ.
ເພງ: “ຄອຍບ່າວໜອງຄາຍ” ໂດຍ ແສງເດືອນ ຈັນທະວິໄຊ

ວັນນະສອນ ຂໍເເນະນໍານັກຮ້ອງສາວສຽງດີ ລໍາມຸດ ບຸດສະບາ ຈາກສປປ ລາວ ໃຫ້ຟັງແລະ
ຫວັງວ່າ ນໍ້າສຽງຂອງລໍາມຸດ ບຸດສະບານີ້ ຄົງພາໃຫ້ຫຼາຍໆທ່ານ ເປີດໃຈຮັບເອົາ ນັກຮ້ອງ
ສາວຄົນນີ້ ເຂົ້າໄວ້ໃນລາຍຊື່ນັກຮ້ອງທີ່ທ່ານຊື່ນຊອບອີກຕື່ມຄົນນຶ່ງລອງໄປຟັງເບິ່ງວ່າ
ນໍ້າສຽງຂອງຜູ້ກ່ຽວຈະເປັນຢ່າງໃດນັ້ນ ໃນບົດເພງ ສາວບ້ານນອກເຊີນຮັບຟັງໄດ້.
ເພງ: “ສາວບ້ານນອກ” ໂດຍ ລໍາມຸດ ບຸດສະບາ

ເພງດັງໃນອະດີດທີ່ມີຄວາມໝາຍຕໍ່ຊາວລາວເມື່ອຄັ້ງທີ່ຢູ່ສູນໜອງຄາຍນັ້ນ ກໍຄືເພງ
ຮັກເຄິ່ງທາງ ທີ່ຂັບຮ້ອງໂດຍບຸນວຽງ ຊຶ່ງວັນນະສອນຫຼິ້ນໃຫ້ຟັງໃນວ່າງມໍ່ໆມານີ້
ແລະວັນນະສອນຕ້ອງຂໍອະໄພທີ່ປະກາດໄປວ່າ ເປັນທ່ານສົມຄິດ ແຕ່ຈິງໆແລ້ວເແມ່ນ
ທ່ານສົມລິດ ໄຊຍະບຸນຊູ ເປັນຜູ້ປະພັນ ແລະຄັ້ງນີ້ເປັນຂອງສິນລະປິນສາວໄທ ສຸນາຣີ
ຣາຊສິມມາ ນໍາມາຂັບຮ້ອງ ເອົາລອງໄປຟັງເບິ່ງວ່າ ສຸນາຣີ ຈະຮ້ອງເພງລາວເໝືອນຄົນ
ລາວບໍ່? ຂໍໃຫທຸກໆທານນອນລັບຝັນດີ.
ເພງ: “ຮັກເຄິ່ງທາງ” ໂດຍ Sunary Rassasimma