ຍານສໍາຫລວດ Curiosity ທໍາງານຢູ່ເທິງດາວພະອັງຄານ
ພາບນີ້ແມ່ນການທໍາງານສົບທົບກັນລະຫວ່າງ ສ່ວນລຸ່ມທາງໜ້າ ແລະພື້ນຂອງຍານ Curiosity ຊຶ່ງໄດ້ຖ່າຍ ເກົ້າຮູບສົ່ງມາຍັງໂລກ ໃນວັນທີ 9 ກັນຍາ, 2012.
ພາບນີ້ສະແດງໃຫ້ເຫັນກ້ອງຖ່າຍພາບ Mars Hand Lens Imager ຢູ່ເທິງຍານສໍາຫລວດ Curiosity ທີ່ມີທີວທັດດາວພະອັງຄານຢູ່ເບື້ອງຫລັງ.
ຫລຽນນ້ອຍທີ່ກ້ອງ Curiosity ໃຊ້ເພື່ອວັດຂະໜາດຂອງກ້ອງຖ່າຍຮູບ (Mars Hand Lens Imager) ຊຶ່ງຫລຽນດັ່ງກ່າວຖືກເຊື່ອງຢູ່ໃນຂີ້ຝຸ່ນຂອງດາວພະອັງຄານ, ວັນທີ 9 ກັນຍາ, 2012
ນຶ່ງໃນ 5 ກ້ອນທໍ່ກົມທີ່ມີວັດຖຸທີ່ມີຊີວິດ ໃຊ້ໃນການຄວບຄຸມການທົດລອງ ຖ້າຫາກຫ້ອງທົດລອງຂອງຍານ Curiosity ພົບສ່ວນປະສົມທີ່ເປັນສິ່ງມີຊີວິດຢູ່ໃນດິນ ເທິງດາວພະອັງຄານ ຫລື ຫີນທີ່ມຸ່ນເປັນຝຸ່ນໄປ.
ພາບຂອງຕີນລົດຍານສໍາຫລວດ Curiosity ແມ່ນປະສົມປະສານພາບສອງອັນເຂົ້າກັນ ທີ່ຖ່າຍໃນວັນທີ 9 ກັນຍາ, 2012.
ປາກຂອງຮູບວົງມົນທີ່ມີຂະໜາດ 3.5 ຊັງຕີແມັດ ເປີດໃຫ້ເຫັນກ້ອນຫີນພູເຂົາໄຟຈາກ New Mexico ທີ່ໃຊ້ເປັນເປົ້າແນໃສ່ ໃຫ້ແກ່ການຊ່ອງໄຟຟ້າອົງປະກອບຂອງ Alpha ຂອງຍານສໍາຫລວດດາວພະອັງຄານ Curiosity.
ຮູບຖ່າຍຈາກກ້ອງຖ່າຍຮູບໃຫຍ່ຂອງຍານສໍາຫລວດ Curiosity ເນັ້ນໃຫ້ເຫັນທໍລະນີວິທະຍາຂອງ Mount Sharp ຊຶ່ງເປັນພູໜ່ວຍນຶ່ງ ຢູ່ໃນ Gale Crater ເທິງດາວພະອັງຄານ, ວັນທີ 27 ສິງຫາ, 2012.
ພາບນີ້ສະແດງໃຫ້ເຫັນຫີນດານຢູ່ກ້ອງພື້ນດິນ ທີ່ໄດ້ຖືກເຜີຍອອກມາໃຫ້ເຫັນ ລຸນຫລັງທີ່ຈະຫລວດຂອງຍານ Curiosity ໄດ້ຍິງເຄື່ອງຈັກຂອງມັນ ທີ່ພັດເອົາຂີ້ດິນໃຫ້ປີວຂຶ້ນຈາກຜີວພື້ນດາວພະອັງຄານ.
ແຂນທີ່ເປັນໂຣບອັດຂອງຍານສໍາຫລວດ Curiosity ແນໃສ່ Mount Sharp ຢູ່ໃນການກະເບື້ອງຫລາຍສີ ທີ່ເອົາພາບໃນກ້ອງຖ່າຍຮູບທີ່ໃຊ້ຊອກທິດທາງ ປະສານເຂົ້າກັນ.
ກອບພາບທີ່ຢຸດນິ້ງ ຂອງຄວາມຮ້ອນທີ່ຕົກລົງໜີ ໃນຂະນະທີ່ຍານ Curiosity ຢ່ອນລົງໄປພື້ນຜີວຂອງດາວພະອັງຄານ.