ຫວຽດນາມ ກໍາລັງ ພະຍາຍາມປັບປຸງ ຄຸນນະພາບກາເຟ ຂອງຕົນ
Your browser doesn’t support HTML5
ເວລາຄົນສ່ວນຫຼາຍຄິດຫາກາເຟ ປົກກະຕິແລ້ວພວກເຂົາເຈົ້າຈະບໍ່ຄິດເຖິງຫວຽດນາມ ແຕ່ຕົກມາປີນີ້ ຫວຽດນາມ ຊຶ່ງເປັນປະເທດທີ່ຕັ້ງຢູ່ໃນ
ຂົງເຂດເອເຊຍຕາເວັນອອກສຽງໃຕ້ ໄດ້ກ້າວຂຶ້ນມາລໍ້າໜ້າ Brazil ໃນຖານະເປັນປະເທດສົ່ງອອກກາເຟລາຍໃຫຍ່ທີ່ສຸດຂອງໂລກ ແຕ່ວ່າຄຸນນະພາບບໍ່ຄ່ອຍດີປານໃດ. ແລະເວລານີ້ ວົງການອຸດສາຫະກໍາກາເຟ
ຫວຽດນາມ ກໍກໍາລັງພະຍາຍາມຈະລົບລ້າງຊື່ສຽງຂອງຕົນ ໃນຖານະເປັນປະເທດສົ່ງອອກກາເຟ ຊະນິດຄຸນນະພາບຕໍ່ານັ້ນ.