ການນັດຢຸດງານປະທ້ວງ ໃນ Greece
ຜູ້ປະທ້ວງຄົນນຶ່ງແກວ່ງລະເບີດ molotov cocktail ຫລື ລະເບີດໄຟ ໃສ່ຕໍາຫລວດປາບຈະລາຈົນ ຢູ່ໃກ້ຈະຕຸລັດ Syntagma ໃນລະຫວ່າງການນັດຢຸດງານປະທ້ວງ ເປັນເວລາ 24 ຊົ່ວໂມງ ໃນນະຄອນຫລວງ Athens, ວັນທີ 26 ກັນຍາ 2012.
ພວກສະໜັບສະໜຸນພັກຄອມມິວນິສເກຣັກ ພາກັນເດີນຂະບວນໄປຍັງສະພາ ໃນລະຫວ່າງການນັດຢຸດງານ ປະທ້ວງ ໃນນະຄອນຫລວງ Athens, ວັນທີ 26 ກັນຍາ 2012ດ ຊຶ່ງໄດ້ຍັງຜົນໃຫ້ຖ້ຽວບິນຖືກລົບລ້າງ, ການບໍລິການລົດໄຟຢຸດສະງັກ, ຮ້ານຄ້າປິດໝົດ ແລະໂຮງໝໍຮັບບໍລິການແຕ່ກໍລະນີສຸກເສີນເທົ່ານັ້ນ.
ລະເບີດໄຟແຕກຂຶ້ນ ໃນໝູ່ຕໍາຫລວດ ໃນລະຫວ່າງການປະທະກັນ ໃນນະຄອນຫລວງ Athens, ວັນທີ 26 ກັນຍາ 2012.
ຕໍາຫລວດປາບຈະລາຈົນຄົນນຶ່ງ ຖືກໄຟໃໝ້ ຫລັງຈາກພວກປະທ້ວງແກ່ວງລະເບີດໄຟໃສ່ເຂົາເຈົ້າ ຢູ່ຈະຕຸລັດ Syntagma ໃນນະຄອນຫລວງເອເທນສ໌, ວັນທີ 26 ກັນຍາ 2012.
ຕໍາຫລວດປາບຈະລາຈົນ ພະຍາຍາມທໍາການຈັບກຸມ ຜູ້ປະທ້ວງທີ່ໃສ່ໜ້າກາກຄົນນຶ່ງ ໃນລະຫວ່າງການປະທະກັນ ຢູ່ນະຄອນຫລວງເອເທນສ໌, ວັນທີ 26 ກັນຍາ 2012.
ຊາຍຄົນນຶ່ງຢືນຢູ່ໃນສະໜາມບິນ Eleftherios Venizelos ທີ່ເປົ່າແປນ ໃນນະຄອນຫລວງເອເທນສ໌, ວັນທີ 26 ກັນຍາ 2012.
ຄໍາຂວັນ ທີ່ຄົນຂຽນໄວ້ ຢູ່ຝາອາຄານຫລັງນຶ່ງ ໃນນະຄອນຫລວງເອເທນສ໌ ມີເນື້ອໃນວ່າ “ລັດທິທຶນນິຍົມ ກໍາລັງ ຂ້າທ່ານ,” ວັນທີ 26 ກັນຍາ 2012. ການນັດຢຸດງານແມ່ນເພື່ອປະທ້ວງ ແຜນການປະຫຍັດຮັດເຂັມຄັດຂອງ ລັດຖະບານ ທີ່ນໍາຄວາມເດືອດຮ້ອນມາສູ່ປະຊາຊົນ ແຕ່ລັດຖະບານກໍຕ້ອງທໍາເພື່ອແລກກັບການຊ່ວຍເຫລືອ ຈາກສະຫະພາບຢູໂຣບ.