ການປະຕິຮູບ ດ້ານການກະເສດ ຢູ່ເກົາຫລີເໜືອ

ແມ່ຍິງເກົາຫລີເໜືອຄົນນຶ່ງ ຂີ່ລົດຖີບ ຢູ່ສະຫະກອນກະເສດ Migok ໃນເມືອງ Sariwon, ແຂວງ Hwanghae ເໜືອ, ປະເທດເກົາຫລີເໜືອ. ປ້າຍທາງຊ້າຍມືອ່ານວ່າ "ຕໍ່ສູ້ເພື່ອການເກັບກ່ຽວ" ສ່ວນທາງຂວາມືອ່ານວ່າ "ຈົ່ງປະຕິບັດຄວາມຮັກຊາດ ພາຍໃຕ້ການນຊພາຂອງ ກິມ ຈົງ ອິລ."

ນາງ O Yong Ae ຊາວນາ ນັ່ງຢູ່ເຮືອນຂອງລາວ ໃນເກົາຫລີເໜືອ. ຊາວນາຈະສາມາດເກັບຜົນລະປູກຂອງຕົນ ໄວ້ກິນເອງ ໄດ້ຫລາຍຂຶ້ນ ພາຍໃຕ້ການປ່ຽນແປງທີ່ມີການສະເໜີຂຶ້ນມາ ທີ່ແນໃສ່ ເພື່ອເພີ່ມທະວີຜົນຜະລິດຂອງ ພວກສະຫະກອນກະເສດ ຂອງປະເທດ.

ກອງເຂົ້າສາລີຢູ່ແຄມທາງສາຍນຶ່ງ ໃນລະຫວ່າງລະດູເກັບກ່ຽວເຂົ້າສາລີ ຍາມໃບໄມ້ຫລົ່ນ ຢູ່ຟາມແຫ່ງນຶ່ງໃນ ເມືອງເກຊອນ, ເກົາຫລີເໜືອ.

ທົ່ງຜົນລະປູກຂອງສະຫະກອນກະເສດແຫ່ງນຶ່ງ ໃນເມືອງ Sariwon, ແຂວງ Hwanghae ເໜືອ, ປະເທດເກົາຫລີເໜືອ.

ມື້ລາງຜູ້ນໍາເກົາຫລີເໜືອ  Kim Jong Il ກວດກາເບິ່ງເຂດກະເສດ Hoesang ໃນເມືອງ Hamhung ໃນແຂວງ  Hamgyong ໃຕ້, ເກົາຫລີເໜືອ. (ຮູບທີ່ບໍ່ມີວັນທີນີ້ ຖືກນໍາອອກມາເປີດເຜີຍ ຫລັງຈາກທ່ານ ກິມ ຈົງ ອິລ ເສຍຊີວິດໄປ ບໍ່ດົນ, ເດືອນທັນວາ 2011)

ພວກກະເສດຕະກອນ ພາກັນເກັບກ່ຽວຜົນລະປູກຂອງເຂົາເຈົ້າ ໃນແຂວງ Hwanghae ເໜືອ, ເກົາຫລີເໜືອ.

ຖ້ວຍໝາກສາລີຕົ້ມ ແລະໝາກຄາຍ ຫລື peaches ເອົາມາວາງໄວ້ເປັນອາຫານກິນຫລີ້ນ ຢູ່ສະຫະກອນກະເສດ Tongbong ໃນເຂດ Hamju County, ເຂວງ Hamgyong, ເກົາຫລີເໜືອ.