ທ່ານນາງ ອອງ ຊານ ຊູ ຈີ ເລີ້ມຕົ້ນ ການຢ້ຽມຢາມ ສະຫະລັດ

ພວກເດັກນ້ອຍລໍຖ້າຕ້ອນຮັບ ທ່ານນາງ ອອງ ຊານ ຊູ ຈີ ຢູ່ສໍານັກງານໃຫຍ່ ຂອງວິທະຍຸສຽງອາເມຣິກາ ຫລື ວີໂອເອ ທີ່ນະຄອນຫລວງ Washington, D.C., ວັນທີ 18 ກັນຍາ 2012. (Alison Klein/VOA)

ທ່ານນາງ ອອງ ຊານ ຊູ ຈີ ຍິ້ມທັກທາຍຝຸງຊົນ ທີ່ມາລໍຖ້າຕ້ອນຮັບດ້ວຍຄວາມຕື່ນເຕ້ນ ຢູ່ສໍານັກງານໃຫຍ່ ຂອງວິທະຍຸສຽງອາເມຣິກາ ຫລື ວີໂອເອ ທີ່ນະຄອນຫລວງ Washington, D.C., ວັນທີ 18 ກັນຍາ 2012.(Alison Klein/VOA)

ທ່ານນາງ Aung San Suu Kyi ໄດ້ຮັບການຕ້ອນຮັບ ຈາກຜູ້ອໍານວຍການວີໂອເອ ທ່ານ David Ensor (ຊ້າຍ), ຫົວໜ້າພະແນກພາສາມຽນມາ ທ່ານ Than Lwin Htun (ກາງ) ແລະຜູ້ອໍານວຍການອົງການ IBB ທ່ານ Richard Lobo. (Alison Klein/VOA)

ທ່ານນາງ Aung San Suu Kyi ໃນລະຫວ່າງການໃຫ້ສໍາພາດຂ່າວແກ່ນັກຂ່າວວີໂອເອ Scott Stearns. (Alison Klein/VOA)

ທ່ານນາງ Aung San Suu Kyi ປະຕິເສດການແຕ່ງໜ້າແຕ່ງຜົມໃໝ່ ກ່ອນໃຫ້ສໍາພາດທາງທີວີ ແລະເວົ້າຫົວໆວ່າ  "ຜົມຂ້ອຍ ຍາມໃດ ກະຫຍຸ້ງແບບນີ້ແຫລະ." (Alison Klein/VOA)

ບັນດານັກຂ່າວວີໂອເອພະແນກພາສາມຽນມາ ພາກັນຕ້ອນຮັບທ່ານນາງ Suu Kyi ຢ່າງຕື່ນເຕ້ນ ຕອນທີ່ທ່ານນາງໄປຢາມຫ້ອງການຂອງເຂົາເຈົ້າ. (Alison Klein/VOA)

ທ່ານນາງ Suu Kyi ຢ້ຽມຢາມ ພວກພະນັກງານວີໂອເອພະແນກພາສາມຽນມາ ທີ່ພາກັນຕ້ອນຮັບທ່ານນາງ ຢ່າງຕື່ນເຕ້ນ, ວັນທີ 18 ກັນຍາ 2012. (Alison Klein/VOA)

ທ່ານນາງ Aung San Suu Kyi ສົນທະນາກັບຜູ້ອໍານວຍການ VOA ທ່ານ David Ensor. (Alison Klein/VOA)