ຂະບວນການ ຄອບຄອງ ຕະຫລາດຮຸ້ນ ທໍາການປະທ້ວງ ຄົບຮອບນຶ່ງປີ

ພວກປະທ້ວງພາກັນຮ້ອງໂຮຄໍາຂວັນ ໃນລະຫວ່າງການເດີນຂະບວນ Occupy Wall Street ຢູ່ນະຄອນນິວຢອກ, ລັດນິວຢອກ, ວັນທີ 17 ກັນຍາ 2012.

ນາງ Anna Roblin ຖືກຈັບ ໃນລະຫວ່າງການເດີນຂະບວນປະທ້ວງຕະຫລາດຮຸ້ນ ຢູ່ນະຄອນນິວຢອກ, ລັດນິວຢອກ, ວັນທີ 17 ກັນຍາ 2012.

ຕໍາຫລວດຈັບຜູ້ປະທ້ວງຄົນນຶ່ງໄປ ໃນລະຫວ່າງການປະທ້ວງ ຢູ່ຕໍ່ໜ້າຕະຫລາດຮຸ້ນ Wall Street ທີ່ນະຄອນນິວຢອກ, ລັດນິວຢອກ, ວັນທີ 17 ກັນຍາ 2012.

ຜູ້ຄົນພາກັນຊົມການສະແດງດົນຕີ ເນື່ອງໃນວັນຄົບຮອບນຶ່ງປີ ຂອງຂະບວນການ Occupy Wall Street ຢູ່ຈະຕຸລັດ Foley Square ໃນນະຄອນ New York, ວັນທີ 16 ກັນຍາ 2012.

ທ້າວ Wes Ketz ກັບໝູ່ ນອນຟັງການສະແດງດົນຕີ ຢູ່ຈະຕຸລັດ Foley Squareຢ່າງສະບາຍ, ວັນທີ 16 ກັນຍາ 2012.

ທ້າວ Nathaniel Katz, ຊ້າຍ, ກັບນາງ Valentina Curandi ເປ້ຫ້ອງສະມຸດເຄື່ອນທີ່ໄປຟັງເບິ່ງຄອນເສີຕ ໃນວັນຄົບຮອບນຶ່ງປີຂອງການປະທ້ວງຕໍ່ຕ້ານ Wall Street ຢູ່ຈະຕຸລັດ Foley Square ໃນ New York, ວັນທີ 16 ກັນຍາ 2012.

This image taken by expedition doctor Andrew Peacock of www.footloosefotography.com shows a helicopter from the nearby Chinese icebreaker Xue Long picking up the first batch of passengers from the stranded Russian ship MV Akademik Shokalskiy in Antarctica.

ທ້າວ Barry Knight ນັກເຄື່ອນໄຫວຄົນນຶ່ງຂອງຂະບວນການຄອບຄອງນະຄອນຫລວງວໍຊິງຕັນ ຫລື Occupy DC ໃຊ້ຈັກພິມດີດແບບເກົ່າ ຂຽນລາຍງານຂອງລາວ ໃນລະຫວ່າງການປະທ້ວງຂອງຂະບວນການ Occupy Wall Street ຢູ່ສວນສາທາລະນະ Washington Square, ທີ່ New York, ວັນທີ 15 ກັນຍາ 2012.

ຕໍາຫລວດພາກັນເບິ່ງນັກເຄື່ອນໄຫວຂອງຂະບວນການ Occupy Wall Street ຄົນນຶ່ງສະແດງດົນຕີ ຢູ່ສວນສາທາລະນະ Washington Square ທີ່ New York, ວັນທີ 15 ກັນຍາ 2012.

ຜູ້ປະທ້ວງຄົນນຶ່ງຖືກຈັບຢູ່ຕໍ່ໜ້າວັດ Trinity ທີ່ນິວຢອກ, ວັນທີ 15 ກັນຍາ 2012.