ຊາວຈີນ ປະທ້ວງ ຕໍ່ຕ້ານຍີ່ປຸ່ນ

ບັນດາຄົນງານຮ້ານອາຫານຍີ່ປຸ່ນແຫ່ງນຶ່ງ ພາກັນເອົາທຸງຊາດຈີນແລະຜ້າແພສີແດງ ມາຕິດໜ້າຮ້ານ ລ່ວງໜ້າການປະທ້ວງຄັ້ງໃຫຍ່ທີ່ຄາດວ່າຈະມີຂຶ້ນ ໃນວັນອັງຄານມື້ອື່ນ ຢູ່ນະຄອນຫລວງປັກກິ່ງຂອງຈີນ, ວັນຈັນທີ 17 ກັນຍາ 2012.

ພວກປະທ້ວງຊາວຈີນ ທີ່ນຸ່ງເສື້ອ ທີເຊີ້ຕ ທີ່ຂຽນຕໍຄໍາວ່າ “ຂວໍ້າບາດສິນຄ້າຍີ່ປຸ່ນ” ພາກັນເດີນຂະບວນໄປຍັງ ສະຖານທູດຍີ່ປຸ່ນ ທີ່ກຸງປັກກິ່ງ, ວັນທີ 16 ກັນຍາ 2012.

ຕໍາຫລວດພິເສດຄົນນຶ່ງຢືນຍາມຢູ່ທາງເຂົ້າສະຖານທູດຍີ່ປຸ່ນ ທີ່ຝາກໍາແພງເປື້ອນເປິະໄປດ້ວຍໄຂ່ແລະນໍ້າສີ  ທີ່ພວກປະທ້ວງແກວ່ງແລະສາດໃສ່, ໃນກຸງປັກກິ່ງ, ວັນທີ 16 ກັນຍາ2012.

ພວກປະທ້ວງຊາວຈີນພາກັນເດີນຂະບວນ ມືຖືທຸງຊາດຈີນ ແລະຮູບຂອງທ່ານເມົາ ເຈີຕຸໃ ມື້ລາວຜູ້ນໍາຈີນ ຢູ່ໃກ້ໆກັບສະຖານທູດຍີ່ປຸ່ນ ໃນປັກກິ່ງ, ວັນທີ 16 ກັນຍາ 2012.

ພວກປະທ້ວງຕໍ່ຕ້ານຍີ່ປຸ່ນ ພາກັນຖືຮູບຂອງມື້ລາງຜູ້ນໍາຄອມມິວນິສ ທ່ານ Mao Zedong ຂະນະທີ່ພາກັນ ເດີນຂະບວນຢູ່ອ້ອມແອ້ມສະຖານທູດຍີ່ປຸ່ນ ໃນນະຄອນຫລວງປັກກິ່ງ, ວັນທີ 16 ກັນຍາ 2012.

ພວກປະທ້ວງພາກັນແກວ່ງແກ້ວນໍ້າ ໃສ່ສະຖານທູດຍີ່ປຸ່ນ ໃນລະຫວ່າງການປະທ້ວງຢູ່ປັກກິ່ງ, ວັນທີ 16 ກັນຍາ 2012.

ກໍາລັງຮັກສາຄວາມປອດໄພຈີນ ສະກັດກັ້ນພວກປະທ້ວງ ບໍ່ໃຫ້ເຂົ້າໄປໃກ້ສະຖານກົງສູນຂອງຍີ່ປຸ່ນ ຢູ່ນະຄອນຊຽງໄຮ້, ວັນທີ 16 ກັນຍາ 2012.