ເຈົ້າໜ້າທີ່ກໍາປູເຈຍ ຈໍາຄຸກ ເຈົ້າຂອງສະຖານີວິທະຍຸ Beehive

ທ່ານ ມໍາ ໂຊນັນໂດ ເຈົ້າຂອງສະຖານີວິທະຍຸອິດສະຫລະ Beehive ໃນນະຄອນຫລວງພະນົມເປັນ.

ເຈົ້າໜ້າທີ່ກໍາປູເຈຍໄດ້ກັກຂັງ ເຈົ້າຂອງສະຖານີວິທະຍຸອິດສະຫຼະ
ແຫ່ງນຶ່ງໃນນະຄອນຫລວງພະນົມເປັນ ເພື່ອລໍຖ້າການດໍາເນີນ
ຄະດີ ໃນຂໍ້ຫາທໍາການຕໍ່ຕ້ານລັດຖະບານຢ່າງເປີດເຜີຍ. ທ່ານ
ມໍາ ໂຊນັນໂດ ເປັນນັກຂ່າວພຽງຄົນດຽວແລະເປັນຜູ້ປະກາດຄົນ
ສໍາຄັນຂອງສະຖານີວິທະຍຸ Beehive ອິງຕາມລາຍງານທີ່ທອງ
ປານ ຈະນໍາມາສະເໜີທ່ານ:

“ສະຖານີວິທະຍຸ ບີຮາຍ ເປັນນຶ່ງໃນຈໍານວນສື່ຂ່າວອິດສະ
ຫຼະທີ່ມີຢູ່ບໍ່ເທົ່າໃດແຫ່ງໃນກໍາປູເຈຍບ່ອນທີ່ຫຼາຍໆສະຖານີ
ຖືກຄວບຄຸມໂດຍພັກການເມືອງຕ່າງໆ. ລາຍການອອກ
ອາກາດຂອງສະຖານີ ບີຮາຍນີ້ ແມ່ນໄດ້ຮັບຄໍາຊົມເຊີຍ
ແລະມີກະແສຕອບຮັບຫຼາຍ ຈາກວົງການນັກເຄື່ອນໄຫວ
ດ້ານສິດທິ ຍ້ອນການລາຍງານຂ່າວສະໜັບສະໜຸນບັນ
ຫາຕ່າງໆ ທີ່ສະຖານີແຫ່ງອື່ນໆບໍ່ເອົາຫົວຊາ. ນອກນັ້ນແລ້ວ ສະຖານີວິທະຍຸແຫ່ງ
ນີ້ຍັງອອກອາກາດລາຍການຂ່າວຂອງວີໂອເອນໍາ.
"

ພວກທີ່ໂທລະສັບເຂົ້າມາສະຖານີ ເຄີຍໄດ້ໂອ້ລົມກັບເຈົ້າຂອງສະຖານີ ກ່ຽວກັບບັນຫາຕ່າງໆ
ທາງດ້ານສັງຄົມ ແລະຄວາມບໍ່ຍຸຕິທໍາ. ບັດນີ້ ທ່ານ ມໍາ ໂຊນັນໂດ ກັບໄດ້ກາຍເປັນຫົວຂໍ້ຂອງ
ລາຍການອອກອາກາດທີ່ຄັ້ງນຶ່ງທ່ານ ເຄີຍເປັນຜູ້ຈັດນັ້ນ. ຜູ້ໂທລະສັບເຂົ້າມາຄົນນຶ່ງເວົ້າວ່າ:

“ຂ້ອຍຮ້ອງຂໍໄປຍັງລັດຖະບານ ໃຫ້ປ່ອຍຕົວທ່ານ ມໍາ ໃຫ້ອິດສະຫຼະພາບແກ່ທ່ານ
ເສຍ. ພວກເຮົາຈະເປັນຜູ້ຄໍ້າປະກັນໃຫ້ທ່ານ ພວກເຮົາມີນໍາກັນ 100,000 ຄົນ ແລະພວກເຮົາຂໍໄປຕິດຄຸກແທນທ່ານ.”