ຢາວັກຊີນ BCG ອາດຊ່ວຍປົວ ໂຣກເບົາຫວານ ປະເພດນຶ່ງໄດ້.

Your browser doesn’t support HTML5

ຢາວັກຊິນທີ່ເກົ່າແກ່ທີ່ສຸດອັນນຶ່ງ ປັດຈຸບັນນີ້ ໄດ້ມີການນໍາມາໃຊ້ໃໝ່. ຢາສັກປ້ອງກັນພະຍາດ ທີ່ຊື່ວ່າ Bacilus Calmette-Guerin ຫລື BCG ເປັນຢາວັກຊິນ ທີ່ໄດ້ນໍາໃຊ້ມາໄດ້ 80 ປີ ແລ້ວ ເພື່ອປິ່ນປົວ ວັນນະໂຣກ ຫລື ໂຣກປອດແຫ້ງ ແຕ່ມາບັດນີ້ ໄດ້ຖືກຄົ້ນພົບວ່າ ເປັນຢາ ທີ່ມີປະສິດທິຜົນ ໃນການປິ່ນປົວໂຣກເບົາຫວານປະເພດນຶ່ງໄລຍະຍາວ ຊຶ່ງເປັນໂຣກທີ່ມີຜູ້ຄົນເປັນ ໃນຈໍານວນຫລາຍຂຶ້ນ ຢູ່ທົ່ວໂລກ.