ຊາວຄຣິສຕ໌ພາກັນຫລົບໜີ ຈາກບ້ານເຮືອນຂອງເຂົາເຈົ້າ ໃນເມືອງຫລວງຂອງປາກິສຖານ

Your browser doesn’t support HTML5

ຊາວຄຣິສຕ໌ທີ່ມີຄວາມຢ້ານກົວວ່າ ຊີວິດຂອງເຂົາເຈົ້າຈະບໍ່ປອດໄພ ພາກັນຫລົບໜີ ຈາກບ້ານເຮືອນຂອງເຂົາເຈົ້າ ໃນຄຸ້ມຂອງເມືອງຫລວງ ອິສລາມາບັດ ບ່ອນທີ່ເດັກສາວຊາວຄຣິສຕ໌ຄົນນຶ່ງ ຖືກກ່າວຫາແລະ ຖືກຈັບ ໃນຂໍ້ຫາໝິ່ນປະໝາດສາສະໜາອິສລາມ. ຜູ້ສື່ຂ່າວວີໂອເອ Sharon Behn ລາຍງານມາຈາກອິສລາມາບັດ ກ່ຽວກັບອັນທີ່ມອງ ເຫັນກັນວ່າ ເປັນການປະຫັດປະຫານພວກນັບຖືສາສະໜານ້ອຍ ຫລາຍຂຶ້ນ ຢູ່ໃນປາກິສຖານນັ້ນ..