ຈີນປະນາມການແຊກແຊງ ໃນບັນຫາທະເລຈີນໃຕ້(ວີດີໂອພາສາລາວ)

Your browser doesn’t support HTML5

ຈີນຕອບໂຕ້ຕໍ່ຄໍາກ່າວຫາທີ່ວ່າ ຕົນກໍາລັງທໍາລາຍຄວາມເປັນ ເອກກະພາບກັນ ຂອງອາຊ່ຽນ ໃນເລື້ອງການຂັດແຍ້ງກ່ຽວກັບດິນແດນ ໃນເຂດທະເລຈີນໃຕ້ນັ້ນ ໂດຍກ່າວປະນາມອັນທີ່ຈີນເວົ້າວ່າ ເປັນການແຊກແຊງຂອງຝ່າຍຕາເວັນຕົກ ໃນລະຫວ່າງພວກປະເທດ ທີ່ຍາດແຍ່ງກັນ ອ້າງເອົາດິນແດນນັ້ນ. ແຕ່ ນັກຂ່າວວີໂອເອ Scott Stearns ລາຍງານວ່າ ລັດຖະບານໂອບາມາ ກ່າວວ່າ ຈີນບໍ່ຄວນ ດໍາເນີນນະໂຍບາຍ “ແບ່ງແຍກແລະຄອບຄອງ” ໃນເລື້ອງນີ້.