ຮວບຮວມພາບຕ່າງໆ ຈາກກອງປະຊຸມຫລວງປີ 2012 ຂອງພັກຣີພັບບລິກັນ

ທ່ານ Mitt Romney,  ທ່ານ Paul Ryan (ຂວາ) ແລະຜູ້ຈັດການຝ່າຍໂຄສະນາຫາສຽງ ທ່ານ Matt Rhoades (ຊ້າຍ) ຖ່າຍຮູບຮ່ວມກັນຢູ່ຂັ້ນໄດເວທີ ທີ່ກອງປະຊຸມຫລວງຂອງພັກ Republican ໃນເມືອງ Tampa,  ລັດ Florida, ວັນທີ 30 ສິງຫາ 2012.

ທ່ານ Mitt Romney ແລະທ່ານ Paul Ryan ທີ່ຖືກແຕ່ງຕັ້ງໃຫ້ສະໝັກເປັນຮອງປະທານາທິບໍດີ ໂບກມືໃຫ້ຄະນະຜູ້ແທນທີ່ມາຮ່ວມກອງປະຊຸມ ຫລັງຈາກກ່າວຄໍາປາໄສທີ່ກອງປະຊຸມ, ວັນທີ 30 ສິງຫາ 2012.

ທ່ານ Mitt Romney ໂອບກອດພວກຫລານໆຂອງທ່ານ ຫລັງຈາກກ່າວຄໍາປາໄສ ຮັບເອົາການແຕ່ງຕັ້ງ ຂອງພັກ, ວັນທີ 30 ສິງຫາ 2012.

ດາລາຮູບເງົາຊື່ດັງ Clint Eastwood ເວົ້າກັບຕັ່ງເປົ່າຢູ່ເທິງເວທີ ລະຫວ່າງທີ່ກ່າວຄໍາໄສ ຕໍ່ກອງປະຊຸມຫລວງ ຂອງພັກຣີພັບບລິກັນ ໃນຄໍ່າຄືນສຸດທ້າຍ, ວັນທີ 30 ສິງຫາ 2012.

ເວທີໃຫຍ່ຂອງກອງປະຊຸມຫລວງຂອງພັກຣີພັບບລິກັນ ຢູ່ທາງໃນຫໍປະຊຸມ Tampa Bay Times Forum  ໃນເມືອງ Tampa, ລັດ Florida. (B. Allen/VOA)

ຄະນະຜູ້ແທນຈາກລັດເທັກຊັສ ສະແດງຄວາມພໍໃຈ ນໍາຄໍາປາໄສຂອງບຸກຄົນສໍາຄັນຕ່າງໆ ທີ່ກອງປະຊຸມຫລວງ.(J. Featherly/VOA)

ອະດີດລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Condoleezza Rice ກ່າວຄໍາປາໄສຕໍ່ກອງປະຊຸມ, ຄໍ່າວັນທີ 29 ສິງຫາ 2012. (J. Featherly/VOA)

ທ່ານນາງ Ann Romney ສວມກອດສາມີ ຫລັງຈາກກ່າວຄໍາປາໄສ ໃນຄືນທີສອງຂອງກອງປະຊຸມ, ວັນທີ 28 ສິງຫາ 2012.

ຄະນະຜູ້ແທນ ຈາກລັດ Montana. (J. Featherly/VOA)

ເຂັດກັດປັກເສື້ອຂອງນາງ Dona Poelman ຜູ້ຕາງໜ້າພັກຈາກເມືອງ Racine, ລັດ Wisconsin.

ບັນດາຜູ້ແທນທີ່ມາຮ່ວມກອງປະຊຸມ ພາກັນໂຮເຊຍ ເວລາມີການສາຍພາບຂອງທ່ານ Mitt Romney ໃນມື້ໄຂກອງປະຊຸມຫລວງ, ວັນທີ 27 ສິງຫາ 2012.

ນາຍ Clint Moore ແລະເພື່ອນຄົນອື່ນໆໃນຄະນະຜູ້ແທນຈາກລັດ Texas ຕ່າງກໍພາກັນໃສ່ໝວກ ຄາວບອຍ ສັນຍາລັກຂອງພວກເຂົາເຈົ້າ ຢູ່ໃນກອງປະຊຸມ.

ຜູ້ຊາຍຈຸນຶ່ງ ພາກັນປຸງແຕ່ງອາຫານການກິນ ຢູ່ແຄ້ມປ໌ຂອງພວກປະທ້ວງ ທີ່ເອີ້ນວ່າ ເມືອງຂອງຣອມນີ ຫລື "Romneyville" ຢູ່ທາງນອກຫໍປະຊຸມ.

ຄະນະຜູ້ແທນລັດທີ່ມາຮ່ວມປະຊຸມ ພາກັນເບິ່ງແລະຟັງການກ່າວຄໍາປາໄສ ຢ່າງຕັ້ງໜ້າ. (J. Featherly/VOA)

Sol Grosskopf ຜູ້ແທນພັກຈາກເມືອງ Shawano, ລັດ Wisconisin, ໃສ່ໝວກທີ່ເປັນຮູບເນີຍແຂງ ອັນເປັນສັນຍາລັກຂອງລັດຂອງລາວ.

ພວກມາປະຊຸມ ພາກັນສວດມົນພາວະນາ ໃນຫ້ອງສວດມົນ.

ພວກປະທ້ວງພາກັນແລ່ນປົບໜີ ຝົນທີ່ຫລັ່ງລົງມາກະທັນຫັນ ຢູ່ທາງນອກ ໃກ້ໆສູນກາງປະຊຸມ.

ພະນັກງານອະນາໄມ ເກັບກວດຂີ້ເຫຍື້ອ ຢູ່ຫ້ອງປະຊຸມ ໃນຕອນກາງເວັນ.