ປະມວນພາບ ກ່ຽວກັບ ການກໍ່ຄວາມຮຸນແຮງ ໃນລັດຣາຄິນ ຂອງມຽນມາ ມາຮອດວັນທີ 3 ພະຈິກ 2012

ຍິງອົບພະຍົບຜູ້ນຶ່ງ ນັ່ງໃກ້ກັບລູກຂອງລາວ ທີ່ກໍາລັງນອນຫລັບຢູ່ ຢູ່ໃນສູນອົບພະຍົບ Owntaw ສໍາລັບຊາວມຸສລິມ ທີ່ຕັ້ງຢູ່ນອກເມືອງ Sittwe ເມືອງຫລວງຂອງລັດຣາຄິນ ໃນພາກຕາເວັນຕົກ ຂອງມຽນມາ, ໃນວັນທີ 1 ພະຈິກ 2012.

ພວກອົບພະຍົບຊາວມຸສລິມ ພາກັນໄປເຕົ້າໂຮມກັນຢູ່ໃນສູນອົບພະຍົບ Thechaung ໃນຂະນະທີ່ໄປເຖິງເມືອງ Sittwe ເມືອງຫລວງຂອງລັດຣາຄິນ ໃນພາກຕາເວັນຕົກຂອງມຽນມາ, ໃນວັນທີ 29 ຕຸລາ 2012.

ພວກອົບພະຍົບຈາກລັດຣາຄິນ ໄປລົບໄພຢູ່ທີ່ສູນອົບພະຍົບໃນເມືອງ Myauk Oo, ລັດຣາຄິນ, ພາກຕາເວັນຕົກຂອງມຽນມາ ໃນວັນທີ 28 ຕຸລາ 2012. ໃນວັນທີ 29 ຕຸລາ 2012 ພວກທີ່ລອດຊີວິດມາໄດ້ ຈາກການກໍ່ຄວາມຮຸນແຮງໃນລັດດັ່ງກ່າວ ຕໍານິລັດຖະບານວ່າ ບໍ່ໄດ້ດໍາເນີນການປ້ອງກັນ ບໍ່ໃຫ້ເກີດການກໍ່ຄວາມຮຸນແຮງລະຫວ່າງຊາວມຸສລິມ ແລະຊາວພຸດ ຊຶ່ງໄດ້ເຮັດໃຫ້ ຫລາຍກວ່າ 28 ພັນຄົນຕ້ອງພາກັນໜີປະບ້ານເຮືອນຂອງຕົນ (AP Photo)

Manifestantes antigubernamentales protestan en las calles de Venezuela por segunda semana consecutiva contra las restricciones del gobierno de Nicolás Maduro.

ພວກອົບພະຍົບຊາວມຸສລິມ ພາກັນໄປຢູ່ໃນສູນອົບພະຍົບ Thechaung ໃນຂະນະທີ່ໄປເຖິງເມືອງ Sittwe ເມືອງຫລວງຂອງລັດຣາຄິນ ຂອງມຽນມາ, ໃນວັນທີ 28 ຕຸລາ 2012.

ພວກເຈົ້າໜ້າທີ່ຕໍາຫລວດຢືນຢູ່ໃນລົດ ເພື່ອຍາມສູນອົບພະຍົບແຫ່ງນຶ່ງ ຢູ່ໃນເມືອງ Sittwe ເມືອງຫລວງຂອງລັດຣາຄິນ ໃນມຽນມາ, ໃນວັນທີ 27 ຕຸລາ 2012.

ເຈົ້າໜ້າທີ່ຕໍາຫລວດຜູ້ນຶ່ງ ຢືນຍາມຢູ່ ໃນຂະນະທີ່ພວກອົບພະຍົບຊາວມຸສລິມ ຢືນຢູ່ທາງຫລັງຂອງລາວ ຢູ່ໃນເມືອງ Sittwe ເມືອງຫລວງຂອງລັດຣາຄິນ ໃນມຽນມາ, ໃນວັນທີ 27 ຕຸລາ 2012.

ຜູ້ຊາຍຊາວພຸດຜູ້ນຶ່ງ ຢູ່ລັດຣາຄິນໄດ້ຮັບບາດເຈັບ ແລະພໍ່ຂອງລາວກໍາລັງໂຊມເອົາລາວ ຢູ່ທີ່ໂຮງໝໍໃນເມືອງ Sittwe ເມືອງຫລວງຂອງລັດຣາຄິນ ໃນວັນທີ 26 ຕຸລາ 2012.

ຜູ້ຍິງຊາວອົບພະຍົບຜູ້ນຶ່ງຢູ່ລັດຣາຄິນ ໄດ້ຮັບການປິ່ນປົວຢູ່ທີ່ໂຮງໝໍໃນເມືອງ Sittwe ເມືອງຫລວງຂອງລັດຣາຄິນ ຂອງມຽນມາ ໃນວັນທີ 26 ຕຸລາ 2012.

ຊາວອົພະຍົບລັດຣາຄິນໄດ້ຮັບການປິ່ນປົວຢູ່ໂຮງໝໍ Kyauktaw ໃນເມືອງ Kyauktaw ລັດຣາຄິນຂອງມຽນມາ, ໃນວັນທີ 25 ຕຸລາ 2012.

ຊາວອົພະຍົບລັດຣາຄິນໄດ້ຮັບການປິ່ນປົວຢູ່ໂຮງໝໍ Kyauktaw ໃນເມືອງ Kyauktaw ລັດຣາຄິນຂອງມຽນມາ ໃນວັນທີ 25 ຕຸລາ 2012.

ຊາວອົພະຍົບລັດຣາຄິນ ທີ່ໄດ້ຮັບບາດເຈັບໃນເຫດການກໍ່ຄວາມຮຸນແຮງ ໄດ້ຮັບການປິ່ນປົວຢູ່ໂຮງໝໍ Kyauktaw ໃນເມືອງ Kyauktaw ລັດຣາຄິນຂອງມຽນມາ ໃນວັນທີ 25 ຕຸລາ 2012.

ນາງ Shofica Belcom ອາຍຸ 25 ປີ, ຢືນລໍຖ້າແມ່ຂອງນາງ ຢູ່ຄລີນິກຂອງສະພາກາແດງມຽນມາ, ເມືອງ Sittwe ເມືອງເອກຂອງລັດຣາຄິນ ໃນວັນທີ 14 ຕຸລາ 2012.

ຊາຍຊະລາອົບພະຍົບມຸສລິມໂຣຮິງຢາ ຢືນຢູ່ນອກຜ້າເຕັ້ນຂອງລາວ ທີ່ສູນຮອງຮັບພວກອົບພະຍົບ Dabang (IDP), ທີ່ຕັ້ງຢູ່ເຂດຊານເມືອງ Sittwe ເມືອງເອກຂອງລັດຣາຄິນ ຂອງມຽນມາ ໃນວັນທີ 10 ຕຸລາ 2012.

ພາບຖ່າຍໃນວັນທີ 10 ກັນຍາ 2012, ຊາຍຜູ້ນຶ່ງຢືນຢູ່ໃກ້ເຮືອນຫລັງນຶ່ງ ທີ່ເຕັມໄປດ້ວຍເສດສະລັກຫັກພັງ ຂອງເຮືອນຫລັງອື່ນໆ ຍ້ອນຖືກຈູດເຜົາ ໃນໄລຍະມີການຕໍ່ສູ້ກັນລະຫວ່າງຊົນເຜົ່າ ທີ່ເກີດຂຶ້ນໃນເດືອນມິຖຸນາ ລະຫວ່າງຊາວມຸສລິມໂຣຮິງຢາ ແລະ ຊາວພຸດຢູ່ໃນເມືອງ Swittwe ຂອງລັດຣາຄິນ. (AP Photo/Khin Maung Win)

ຕໍາຫລວດກວດກາເບິ່ງສະພາບການ ໃນວັນທີ 1 ສິງຫາ, 2012 ຫລັງເກີດກໍ່ຄວາມຮຸນແຮງໃນລັດຣາຄິນ ໃນເດືອນມີຖຸນາ, 2012.

ພາບຖ່າຍໃນວັນທີ 14 ມີຖຸນາ, 2012, ເດັກຍິງ ແລະຜູ້ຍິງຜູ້ນຶ່ງຂົນດິນຈີ່ ຈາກຕຶກອາຄານໃນເມືອງ Swittwe, ເມືອງຫລວງຂອງລັດຣາຄິນ ລຸນຫລັງການແກ້ໄຂ້ບັນຫາ ລະຫວ່າງຊາວມຸສລິມໂຣຮິງຢາ ແລະຊາວພຸດໃນລັດຣາຄິນ.

ທ່ານ Vijay Nambiar ທີ່ປຶກສາຂອງສະຫະປະຊາຊາດ ປະຈໍາມຽນມາ ອອກຈາກເດີນບິນຂອງເມືອງ Sittwe ໃນວັນພະຫັດ ທີ 14 ມິຖຸນາ 2012 ຫລັງຈາກໄປກວດເບິ່ງເຫດການ ກໍ່ຄວາມຮຸນແຮງໃນເຂດດັ່ງກ່າວ.

ພາບການກໍ່ຄວາມຮຸນແຮງຕອນນຶ່ງ ໃນລັດຣາຄິນ ໃນວັນທີ 12 ມີຖຸນາ 2012

ພາບການກໍ່ຄວາມຮຸນແຮງຕອນນຶ່ງ ໃນລັດຣາຄິນ ໃນວັນທີ 12 ມີຖຸນາ 2012

ພາບຄົນອົບພະຍົບຈາກບ້ານເຮືອນຂອງຕົນ ຍ້ອນການກໍ່ຄວາມຮຸນແຮງຕອນນຶ່ງ ໃນລັດຣາຄິນ ໃນວັນທີ 12 ມີຖຸນາ 2012

ຕໍາຫລວດແລະທະຫານມຽນມາຮັກສາຄວາມສະຫງົບ ໃນວັນທີ 14 ມີຖຸນາ 2012 ລຸນຫລັງມີການກໍ່ຄວາມຮຸນແຮງໃນລັດຣາຄິນ

ພາບການກໍ່ຄວາມຮຸນແຮງຕອນນຶ່ງ ໃນລັດຣາຄິນ ໃນວັນທີ 12 ມີຖຸນາ, 2012

ຜູ້ຊາຍໂຣຮິງຢາ ປະກົດຕົວຢູ່ບ່ອນໄຟໄໝ້ບ້ານ ໃນຂະນະມີການຕໍ່ສູ້ກັນ ໃນ​ລັດ Rakhine ຂອງ​ມຽນ​​ມາ ​ລະຫວ່າງ​ຊາວ​ພຸດ ​ແລະ​ພວກ​ຊົນ​ກຸ່ມ​ນ້ອຍ​ ມຸສລິ​ມ​ເຜົ່າ​ໂຣຮິງ​ຢາ ໃນວັນທີ 10 ມິຖຸນາ 2012.

​ລັດ Rakhine ຢູ່ໃນແຜນທີ່ຂອງປະເທດ​ມຽນ​​ມາ