May Day Around the World

ພວກປະທ້ວງທີ່ຟີລິບປີນ ຈູດຮູບຫຸ່ນຂອງປະທານາທິບໍດີBenigno Aquino III ໃນລະຫວ່າງການໂຮມຊຸມນຸມ ຢູ່ໃກ້ໆທໍານຽບ ປະທານາທິບໍດີ ທີ່ນະຄອນຫລວງມະນີລາ ເພື່ອສະຫລອງວັນກໍາມະກອນ ສາກົນ, ວັນທີ 1 ພຶດສະພາ ຫລື May Day ທີ່ຟີລິບປີນ. (AP Photo)

ກໍາມະກອນຄົນນຶ່ງໃສ່ໜ້າກາກທີ່ບິດບ້ຽວຂອງປະທານາທິບໍດີອິນໂດເນເຊຍ ທ່ານ Susilo Bambang Yudhoyono ໃນລະຫວ່າງການໂຮມຊຸມນຸມ ໃນວັນກໍາມະກອນສາກົນ May Day ຢູ່ນະຄອນຫລວງຈາກາຕາ. (AP Photo)

ນັກທ່ອງທ່ຽວຫລາຍໝື່ນຄົນ ພາກັນລຸຫລັ່ງໄປທ່ຽວ ຈະຕຸລັດTiananmen ທີ່ນະຄອນຫລວງປັກກິ່ງ ໃນວັນ May Day. ເຂົາເຈົ້າພາກັນລຽນແຖວຢູ່ຕໍ່ໜ້າຮູບຂອງທ່ານ Sun Yat-sen ເພື່ອເຂົ້າໄປເບິ່ງສົບທີ່ຍັງດອຍໄວ້ຢູ່ຂອງທ່ານ Mao Zedong ຢູ່ບ່ອນເກັບສົບຂອງທ່ານ ໃນຕຶກຫລັງນຶ່ງຢູ່ໃນບໍລິເວນຈະຕຸລັດ

ທີ່ໃຕ້ຫວັນ ພວກນັກສຶກສາພາກັນຫລິ້ນລະຄອນກ້ອມ ປະທ້ວງຄ່າຮຽນ ແພງ ຢູ່ຄຽງຂ້າງພວກກໍາມະກອນ ຫລາຍພັນຄົນ ທີ່ທໍາການປະທ້ວງ ຮຽກຮ້ອງຂໍຂຶ້ນຄ່າແຮງງານ ຢູ່ໃຈກາງນະຄອນຫລວງໄຕເປ, ວັນທີ 1 ພຶດສະພາ 2012.

ແມ່ຍິງຄົນນຶ່ງຍ່າງກາຍປ້າຍປະທ້ວງຊິ້ນງົວ ທີ່ນໍາເຂົ້າຈາກສະຫະລັດ ໃນລະຫວ່າງການໂຮມຊຸມນຸມ ໃນວັນ May Day ຢູ່ນະຄອນຫລວງໂຊລ ຂອງເກົາຫລີໃຕ້, ວັນທີ 1 ພຶດສະພາ 2012.

ຊາວເກົາຫລີເໜືອພາກັນໄປຫລີ້ນພັກຜ່ອນ ຢູ່ຕາມສວນສາທາລະນະ ໃນນະຄອນຫລວງພຽງຢາງ ໃນວັນກໍາມະກອນສາກົນ ປີນີ້.

ການໂຮມຊຸມນຸມ ຮຽກຮ້ອງເອົາກົດໝາຍຄ່າແຮງງານຕໍ່າ ຢູ່ມາເລເຊຍ ໃນວັນກໍາມະກອນສາກົນ ຢູ່ນະຄອນຫລວງກົວລາ ລໍາເປີ.

ປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev ແລະທ່ານ Vladimir Putin ທີ່ຈະໄດ້ເປັນປະທານາທິບໍດີຄົນຕໍ່ໄປ ຂອງຣັດເຊຍ ໄປຮ່ວມໃນງານໂຮມຊຸມນຸມ ເນື່ອງໃນວັນກໍາມະກອນສາກົນ ທີ່ຈັດຂຶ້ນໂດຍພວກສະຫະພັນກໍາມະບານ ກັບພັກສາມັກຄີຣັດເຊຍ ຢູ່ນະຄອນຫລວງ Moscow, ວັນທີ 1 ພຶດສະພາ 2012.

ຜູ້ສະມັກເລືອກຕັ້ງປະທານາທິບໍດີຝຣັ່ງ ຈາກພັກ National Front ທ່ານນາງ Marine Le Pen, ຂວາ, ກັບບິດາ ທ່ານ Jean Marie Le Pen ພາກັນຍ່າງຮ່ວມກັບພວກໂຮມຊຸມນຸມ ໃນລະຫວ່າງການເດີນຂະບວນ ໃນວັນກໍາມະກອນສາກົນ May Day ທີ່ນະຄອນຫລວງປາຣີ, ວັນທີ 1 ພຶດສະພາ 2012.

Tens of thousands of workers are taking to the streets in cities around the world to mark international Labor Day with marches and calls for better workers' rights.