Putin Takes Russian Presidency for Historic 3rd Term

ທ່ານ Vladimir Putin ຍ່າງເຂົ້າປະຕູຫ້ອງໂຖງ St. Andrew's Hall ເພື່ອສາບານໂຕເຂົ້າຮັບຕໍາແໜ່ງປະທານາທິບໍດີຣັດເຊຍ ຢູ່ທີ່ວັງ Kremlin ໃນນະຄອນຫລວງ Moscow, ວັນທີ 7 ພຶດສະພາ2012. (AP)

ປະທານາທິບໍດີ Vladimir Putin, ຊ້າຍ, ກັບອະດີດປະທານາທິບໍດີ Dmitry Medvedev ຈັບມືກັນ ໃນພິທີສາບານໂຕ. (AP)

ທ່ານ Vladimir Putin ກັບອະດີດປະທານາທິບໍດີ Dmitry Medvedev ຢືນຊົມການສວນສະໜາມຂອງກອງກຽດຕິຍົດຂອງວັງ Kremlin ທີ່ຈະຕຸລັດ Cathedral Square ຫລັງຈາກພິທີສາບານໂຕ. (AP)

ປະທານາທິບໍດີ Vladimir Putin ກັບພັນລະຍາ ທ່ານນາງ Lyudmila ທີ່ຈະຕຸລັດ Cathedral Square ຫລັງຈາກພິທີສາບານໂຕ. (AP)

ທ່ານ Vladimir Putin ກັບພັນລະຍາ ທ່ານນາງ Lyudmila ເຂົ້າຮ່ວມພິທີທາງສາສະໜາ ຢູ່ໂບດ Annunciation Cathedral ຫລັງຈາກພິທີສາບານໂຕ. (AP)

ຕໍາຫລວດປາບຈະລາຈົນໄລ່ຈັບພວກສະໜັບສະໜຸນຝ່າຍຄ້ານ ໃນລະຫວ່າງການປະທ້ວງ ທີ່ບໍ່ໄດ້ຮັບອະນຸຍາດໃນນະຄອນຫລວງ Moscow, ວັນທີ 7 ພຶດສະພາ 2012. (Reuters)

ເຈົ້າໜ້າທີ່ກະຊວງພາຍໃນຂອງຣັດເຊຍ ທໍາການຈັບກຸມຜູ້ສະໜັບສະໜຸນ ຝ່າຍຄ້ານຄົນນຶ່ງ ໃນລະຫວ່າງການປະທ້ວງທີ່ບໍ່ໄດ້ຮັບອະນຸຍາດ. (Reuters)

ຕໍາຫລວດຣັດເຊຍຈັບຜູ້ປະທ້ວງຄົນນຶ່ງ ໃນໃຈກາງນະຄອນຫລວງ Moscow ຫລັງຈາກພິທີສາບານໂຕເຂົ້າຮັບຕໍາແໜ່ງ ຂອງປະທານາ ທິບໍດີ Vladirmir Putin, ວັນທີ ຄ ພຶດສະພາ 2012. (AP)

Russia's Vladimir Putin took the oath of office Monday to become president for a historic third term.